ໃນຄືນວັນທີ 26 ພຶດສະພາ 2021, ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ນໍາໂດຍ ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມສວນມອນ ອອກກວດກາລາດຕະເວນໃນພື້ນທີ່ຄວາມຮັບຜິດຊອບ ແລະ ໄດ້ພົບເຫັນຮ້ານກິນດື່ມ 1 ຮ້ານ, ຮ້ານສະນຸກເກີ 1 ຮ້ານ ແລະ ຮ້ານຂາຍເຂົ້າປຽກ 3 ຮ້ານ ທີ່ເປີດໃຫ້ບໍລິການແກ່ລູກຄ້າການເກີນໂມງທີ່ກໍານົດໄວ້, ພ້ອມທັງບໍ່ປະຕິບັດຕາມມາດຕະການໃນການຮັກສາໄລຍະຫ່າງທາງສັງຄົມ.

No photo description available.

ໂອກາດດັ່ງກ່າວ, ທາງເຈົ້າໜ້າທີ່ ກໍໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ, ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານຈຳນວນດັ່ງກ່າວ ໃຫ້ເຂົ້າໃຈຕໍ່ໄພອັນຕະລາຍ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ ກໍໄດ້ແນະນໍາສຳລັບມາດຕະການຜ່ອນຜັນ ເຊິ່ງສະຖານທີ່ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການມີ: ຕະຫລາດ, ຮ້ານຄ້າ, ສູນການຄ້າ, ຫ້າງຊັບພະສິນຄ້າ ໃນເຂດທົ່ວໄປ ແຕ່ໃຫ້ປິດບໍ່ກາຍ 22:00 ໂມງ ແລະ ໃນເຂດ/ບ້ານສີແດງ ແມ່ນໃຫ້ປິດບໍ່ກາຍ 20:00 ໂມງ, ຂະນະດຽວກັນ ບັນດາຮ້ານອາຫານ ແລະ ຮ້ານກາເຟ ແມ່ນໃຫ້ເປີດບໍລິການໃນຮູບແບບຊື້ກັບເຮືອນ, ບໍ່ໃຫ້ລູກຄ້ານັ່ງກິນຢູ່ຮ້ານ.

May be an image of indoor

ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ກໍຄື ຊາວເມືອງສີສັດຕະນາກ ໃຫ້ປະຕິບັດຕາມຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກ ຢ່າງເຂັ້ມງວດ ແນໃສ່ເພື່ອບໍ່ໃຫ້ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດອອກເປັນວົງກວ້າງ ທັງນີ້ກໍເພື່ອເຮັດໃຫ້ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ກັບຄືນສູ່ສະພາວະປົກກະຕິໂດຍໄວ.

No photo description available.

.

No photo description available.

Leave a Reply

Your email address will not be published. Required fields are marked *