ລັດວິສາຫະກິດໄຟຟ້າລາວ (ຟຟລ) ອອກແຈ້ງການເພີ່ມເຕີມ ເຖິງຝ່າຍລະບົບຈຳໜ່າຍ, ສາຂານະຄອນຫຼວງ 1, ສາຂານະຄອນຫຼວງ 2 ແລະ ສາຂາແຂວງ ໃນທົ່ວປະເທດ ເລື່ອງໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການບໍລິການໃຫ້ກັບສັງຄົມ ໂດຍສະເພາະແມ່ນວຽກງານກ່ຽວກັບລະບົບໃບບິນ BS2000 ໃນຂອບເຂດທົ່ວປະເທດດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ມອບໃຫ້ຝ່າຍລະບົບຈຳໜ່າຍ ແລະ ສາຂາ ໃນທົ່ວປະເທດ ເອົາໃຈໃສ່ວຽກງານດັ່ງນີ້:ວຽກງານກ່ຽວກັບລະບົບໃບບິນ:

I. ວຽກງານກ່ຽວກັບລະບົບໃບບິນ:

  • 1.1. ການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ ການກັ່ນຕອງຄວາມຖືກຕ້ອງ ກ່ອນການພິມໃບບິນ, ການສົ່ງໃບບິນ, ການເກັບເງິນ, ການຕີຫຼັກຈ່າຍຄ່າໄຟ ແລະ ອື່ນໆ ເຂົ້າຖານຂໍ້ມູນຂອງລະບົບໃບບິນ BS2000 ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ຕາມຂໍ້ກໍານົດທີ່ໄດ້ປະກາດໃຊ້ໄປແລ້ວ.
  • 1.2. ຝຶກອົບຮົມໃຫ້ແກ່ພະນັກງານຂອງຕົນທີ່ເຮັດວຽກກ່ຽວກັບລະບົບໃບບິນຢ່າງເປັນປະຈໍາ ແລະ ຕໍ່ເນື່ອງທັງຜູ້ເກົ່າ ແລະ ຜູ້ມາປ່ຽນແທນໃໝ່, ຖ້າຫາກມີການຜິດພາດເກີດຂຶ້ນໃນຂົງເຂດຄວາມຮັບຜິດຊອບຂອງພາກສ່ວນໃດ ແມ່ນໃຫ້ຮີບຮ້ອນອອກໜັງສືແຈ້ງ ຫາຜູ້ຊົມໃຊ້ຮັບຮູ້ຢ່າງທັນການ ພ້ອມທັງຊີ້ແຈງຕໍ່ຄວາມຜິດພາດທີ່ເກີດຂຶ້ນຢ່າງຊັດເຈນ.

II. ມາດຕະການຕໍ່ຜູ້ກະທໍາຜິດ: ເພີ່ມຕື່ມຈາກມາດຕາ 5 ຂອງຂໍ້ກໍານົດ ສະບັບເລກທີ 2988/ຟຟລ ລົງວັນທີ 10/8/2020 ພະນັກງານທີ່ບົກຜ່ອງຕໍ່ໜ້າທີ່ ແລະ ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການ ຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດ ພາຍຫຼັງທີ່ຖືກພິຈາລະນາຂໍ້ມູນອ້ອມຂ້າງຮອບດ້ານແລ້ວ ດັ່ງນີ້:

  • 2.1. ສໍາລັບພະນັກງານສັນຍາຈ້າງ ທີ່ເປັນຕົ້ນເຫດຂອງຄວາມຜິດ ແມ່ນຈະຖືກພັກວຽກບໍ່ມີກໍານົດຍົກເລີກສັນຍາການວ່າຈ້າງທັນທີ ໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.
  • 2.2. ສໍາລັບພະນັກງານຂອງ ຟຟລ ທີ່ຢູ່ໃນຂະບວນການຈົດເລກໝໍ້ນັບໄຟ, ປ້ອນໂຕເລກເຂົ້າຖານຂໍ້ມູນ,ກວດກາກ່ອນພິມໃບບິນ, ຖ້າຫາກພາຍຫຼັງການກວດກາໂດຍ ຝ່າຍກວດກາ ແລະ ພິຈາລະນາ ໂດຍຄະນະກຳມະການຄົ້ນຄວ້າວິໄນ ເຫັນວ່າມີຄວາມຜິດ ຫຼື ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ພາບພົດຂອງ ຟຟລ ແມ່ນຈະຖືກປົດປ່ອຍອອກຈາກການຈັດຕັ້ງຕາມລະບຽບຂອງ ຟຟລ.
  • 2.3. ຫົວໜ້າຜູ້ຊີ້ນໍາໃນຂັ້ນຖັດຂຶ້ນໄປ ແມ່ນຈະຖືກໃຫ້ຂຽນໃບສໍາຫລວດຂັ້ນຫ້ອງການ ແລະ ຂັ້ນສາຂາຕາມລຳດັບ ແລະ ໂຈະການເລື່ອນຂັ້ນເງິນເດືອນ 1 ຄັ້ງ.
  • 2.4. ຖ້າຫາກຜູ້ຊົມໃຊ້ ແຈ້ງບັນຫາກ່ຽວພັນກັບໝໍ້ນັບໄຟ ຫຼື ໃບບິນ ໄປຫາ ສູນບໍລິການ, ສາຍດ່ວນ 1199 ຫຼື ສາຂາ ແຕ່ບໍ່ໄດ້ຮັບການແກ້ໄຂ ຫຼື ຊີ້ແຈງຄືນ ພາຍໃນ 7 ວັນ, ແມ່ນຖືວ່າຜູ້ໄດ້ຮັບແຈ້ງ ຫຼື ພາກສ່ວນກ່ຽວຂ້ອງນັ້ນ ມີຄວາມຜິດເຊັ່ນກັນ ແລະ ຖືກປະຕິບັດວິໄນ ຕາມຂໍ້ 2.1 – 2.3 ຂ້າງເທິງຕາມແຕ່ລະກໍລະນີ.

.

Leave a Reply

Your email address will not be published. Required fields are marked *