ໃນວັນທີ 26 ພຶດສະພາ 2021ໃນຊ່ວງການລະບາດໂຄວິດ-19 ທີ່ຜ່ານມານີ້ ໂດຍສາມາດກັກຕົວຜູ້ຖືກຫາ 1 ຄົນ ຊື່ທ້າວ ສົມລີ ເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ແລະ ເມຍຊື່ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ໃນຂໍ້ຫາຄ້າຂາຍ ຢ ແລະ ມີ ຢ ໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດ ຢ ແລະ ມີອາ ວຸ ດ ເ ສິ ກໄວ້ໃນຄອບຄອງ.

May be an image of text

.

No photo description available.

ເຄື່ອງຂອງກາງທີ່ຢຶດໄດ້ມີ:

1) ຢ 549 ມັ ດ ເທົ່າກັບ 1.098.000 ເມັດ ນໍ້າໜັກ 130,5 ກິໂລກຣາມ

2) ແປ້ງຝຸ່ນສີຂາວ 48 ເປົາ ນໍ້າໜັກ 1.200 ກິໂລກຣາມ

3) ປື ນ ສັ້ ນ 9ມມ 1 ກະບອກ ພ້ອມລູ ກ ປື ນ 25 ລູກ

4) ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຣາມ

5) ເງິນບາດໄທ 1.339.000 ບາດ

6) ເງິນກີບ 90.000.000 ກີບ

7) ສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ນໍ້າໜັກ 149,4 ກຣາມ ແຫວນມືສີເຫຼືອງຄ້າຍຄືຄຳ 1 ວົງ ນໍ້າໜັກ 29,6 ກຣາມ

9) ໃບຕາດິນຂອບທອງ 4 ໃບ

10) ປຶ້ມບັນຊີເງິນຝາກ 4 ຫົວ

11) ໂທລະສັບຫົວເຫວີຍ 1 ໜ່ວຍ

12) ລົດກະບະຣີໂວສີຂາວ ປ້າຍທະບຽນ ຣຫ 5689 ກຳແພງນະຄອນ 1 ຄັນ

13) ລົດປຣາໂດສີຂາວມຸກ ປ້າຍທະບຽນ ວຣ 6789 ກຳແພງນະຄອນ 1 ຄັນ

May be an image of car and road

ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ພ້ອມຢຶດຂອງກາງໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕໍ່ໄປ.

Leave a Reply

Your email address will not be published. Required fields are marked *