ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ທັບມ້າງຄະດີຢາເສບຕິດລາຍໃຫຍ່ ໃນວັນທີ 26 ພຶດສະພາ 2021 ທີ່ຜ່ານມານີ້ ໂດຍສາມາດກັກຕົວຜູ້ຖືກຫາ 1 ຄົນ ຊື່ທ້າວ ສົມລີ ເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ແລະ ເມຍຊື່ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ. ເຄື່ອງຂອງກາງທີ່ຢຶດໄດ້ມີ:

  • 1) ຢາບ້າ 549 ມັດ ເທົ່າກັບ 1.098.000 ເມັດ ນໍ້າໜັກ 130,5 ກິໂລກຣາມ
  • 2) ແປ້ງຝຸ່ນສີຂາວ 48 ເປົາ ນໍ້າໜັກ 1.200 ກິໂລກຣາມ
  • 3) ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 25 ລູກ
  • 4) ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຣາມ
  • 5) ເງິນບາດໄທ 1.339.000 ບາດ
  • 6) ເງິນກີບ 90.000.000 ກີບ
  • 7) ສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ນໍ້າໜັກ 149,4 ກຣາມ
  • 8) ແຫວນມືສີເຫຼືອງຄ້າຍຄືຄຳ 1 ວົງ ນໍ້າໜັກ 29,6 ກຣາມ
  • 9) ໃບຕາດິນຂອບທອງ 4 ໃບ
  • 10) ປຶ້ມບັນຊີເງິນຝາກ 4 ຫົວ
  • 11) ໂທລະສັບຫົວເຫວີຍ 1 ໜ່ວຍ
  • 12) ລົດກະບະຣີໂວສີຂາວ ປ້າຍທະບຽນ ຣຫ 5689 ກຳແພງນະຄອນ 1 ຄັນ
  • 13) ລົດປຣາໂດສີຂາວມຸກ ປ້າຍທະບຽນ ວຣ 6789 ກຳແພງນະຄອນ 1 ຄັນ

ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ພ້ອມຢຶດຂອງກາງໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕໍ່ໄປ.

Leave a Reply

Your email address will not be published. Required fields are marked *