ການປູກພືດຜັກເພື່ອຂາຍສົ່ງຕາມຕະຫຼາດພາຍໃນເມືອງ ຕົ້ນເຜິ້ງ ໃນໄລຍະທີ່ມີການລະບາດ ຂອງພະຍາດ ໂຄວິດ – 19 ເຖິງບໍ່ໄດ້ຂາຍດີຄືໄລຍະປົກກະຕິ ແຕ່ກໍ່ສາມາດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ.

ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ການແຜ່ລະບາດຂອງພະຍາດ ໂຄວິດ – 19 ໄດ້ສົ່ງຜົນຕໍ່ ເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຍ້ອນໄດ້ມີການໂຈະຫຼາຍໆກິດຈະການ ເພືີ່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ – 19 ແລະ ຍ້ອນບໍ່ສາມາດໄປມາຫາສູ່ກັນໄດ້ສະດວກສະບາຍຄືກັບໄລຍະປົົກກະຕິ ເຊິ່ງປະຊາຊົນແຕ່ລະຄົນກໍ່ໄດ້ມີວິທີການທຳມາຫາກິນເພື່ອແກ້ໄຂຊີວິດການເປັນຢູ່ໃນໄລຍະການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ທີ່ແຕກຕ່າງກັນອອກໄປ ໃນນັ້ນ ການປູກພຶດຜັກ ທັງໃນຮູບແບບສວນຄົວເພື່ອບໍລິໂພກໃນຄົວເຮືອນ ແລະ ການປູກເພື່ອເປັນສິນຄ້າສົ່ງຂາຍຕາມທ້ອງຕະຫຼາດພາຍໃນເມືອງ ກໍ່ເປັນອີກວິທີໜຶ່ງໃນການແກ້ໄຂຊີວິດການເປັນຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ – 19.

.

ທ່ານ ຄຳແສງ ອິ່ນແກ້ວ ເລຂາຄະນະພັກຮາກຖານກຸ່ມບ້ານສີດອນຄູນ ເຊິ່ງເປັນຜູ້ທີ່ໄດ້ຖືເອົາການປູກພືດຜັກເພື່ອສົ່ງຂາຍຕາມທ້ອງຕະຫຼາດພາຍໃນເມືອງ ໄດ້ໃຫ້ຮູ້ ໃນວັນທີ 26 ພຶດສະພາ 2021 ນີ້ ວ່າ: ເຖິງວ່າການປູກພືດຜັກເພື່ອສົ່ງຂາຍຕາມຕະຫຼາດພາຍໃນເມືອງໃນໄລຍະທີ່ມີການແຜ່ລະບາດ ຂອງພະຍາດ ໂຄວິ – 19 ຈະບໍ່ໄດ້ຂາຍດີ ແລະ ບໍ່ໄດ້ລາຄາສູງຄືກັບໄລຍະປົກກະຕິ ຍ້ອນໄດ້ມີການປິດຕະຫຼາດຊົ່ວຄາວ ເຮັດໃຫ້ບໍ່ມີຜູ້ຮັບຊືິ້ຫຼາຍຄືກັບໄລຍະທີ່ບໍ່ມີການລະບາດ ຂອງພະຍາດ ໂຄວິດ – 19 ແລະ ຍ້ອນການໄປມາຫາສູ່ກັນເພື່ອສົ່ງຜັກໄປຂາຍບໍ່ສະດວກຄືກັບໄລຍະຜ່ານມາ ເນື່ອງຈາກມີການຈໍາກັດການເຂົ້າ – ອອກພາຍໃນເມືອງ ແຕ່ການປູກພືດຜັກກໍ່ຍັງສາມາດແກ້ໄຂຊີວິດການເປັນຢູ່ໃນໄລຍະທີ່ມີການລະບາດ ຂອງພະຍາດ ໂຄວິດ – 19 ຍ້ອນວ່າເຖິງຈະບໍ່ໄດ້ຂາຍດີແຕ່ກໍ່ສາມາດນໍາເອົາຜັກທີ່ປູກມາບໍລິໂພກໃນຄົວເຮືອນ ເຮັດໃຫ້ສາມາດຫຼຸດຄ່າໃຊ້ຈ່າຍໃນຊີວິດປະຈໍາວັນໃນໄລຍະທີ່ເສດຖະກິດຝືດເຄືອງ.ພາບ: ແຊມ ພວມສະຫວັນ.

.

.

.

ຂ່າວ: ອຸໄທ ພູມມາ.