ຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ປະຈຳວັນທີ 27 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອໃໝ່ 12 ຕົວຢ່າງ. ໃນນັ້ນມີ

ນະຄອນຫຼວງວຽງຈັນ 4 ຄົນ

ສະຫວັນນະເຂດ 3 ຄົນ (ນໍາເຂົ້າ)

ຈຳປາສັກ​ 5​ ຄົນ​ (ນຳເຂົ້າ)

ຖະແຫຼງຂ່າວ

ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈະຖະແຫຼງຂ່າວກ່ຽວກັບ ສະພາບການລະບາດໃນທົ່ວໂລກ ແລະ ສປປ ລາວ ພ້ອມທັງບັນດາຄຳແນະນຳຕ່າງໆ. ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຂໍລາຍງານ ລາຍລະອຽດດັ່ງນີ້:

ມາຮອດປະຈຸບັນທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 169,053,276 ຄົນ (ໃໜ່ 566,448). ເສຍຊິວິດສະສົມ 3,511,495 ຄົນ (ໃໝ່12,970) ແລະ ປີ່ນປົວຫາຍດີ 150,802,321 (ໃໝ່ 802,577) ຄົນ. ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ.

ສປປ ລາວ ຮອດ ວັນທີ 26 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ ທັງໝົດ 12 ຄົນ ໃນນັ້ນ ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 03 ຄົນ ແລະ ຈໍາປາສັກ 05 ຄົນ ເຊິ່ງ ສໍາລັບສະຫວັນນະເຂດ ແລະ ຈໍາປາສັກ ນັ້ນແມ່ນ ກໍລະນີນໍາເຂົ້າ ສ່ວນນະຄອນຫຼວງວຽງຈັນນັ້ນ ແມ່ນ ການຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ. ດັ່ງນັ້ນ ເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອສະສົມ ທັງໝົດ 1,895 ຄົນ ແລະ ເສຍຊິວິດສະສົມທັງໝົດ 2 ຄົນ. ບໍ່ມີການເສຍຊິວິດໃໝ່. ໃນນັ້ນ ປິ່ນປົວຫາຍດີທັງໝົດ 1,281 ຄົນ (ໃໝ່ 20 ຄົນ) ແລະ ຍັງສືບຕໍ່ປິ່ນປົວ ທັງໝົດ 612 ຄົນ.

ມາຮອດວັນທີ 26 ພຶດສະພາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 2,788 ຄົນ, ເຂົ້າສະໜາມບິນວັດໄຕ 516 ຄົນ, ມີແຮງງານລາວ ເຂົ້າມາ 130 ຄົນ ເຫຼືອນັ້ນ ແມ່ນ ບຸກຄົນທົ່ວໄປ ແລະ ພະນັກງານຂັບລົດ ແລະ ຜູ້ຕິດຕາມ

ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3,430 ຄົນ.

ໃນວັນທີ 26 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,990 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 12 ກໍລະນີ

ສໍາລັບກໍລະນີຕິດເຊື້ອໃໝ່ 12 ຄົນ (ກໍລະນີຢັ້ງຢືນທີ 1884 – 1895) ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງວຽງຈັນ 4 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ, ເຊັ່ນ: ບ້ານຈອມມະນີ, ບ້ານຮ່ອງໄກແກ້ວ, ບ້ານ ວັງຊາຍ ແລະ ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ.

ສຳລັບ 5 ຄົນ ຢູ່ແຂວງຈຳປາສັກ ແລະ 3 ຄົນ ຢູ່ແຂວງສະຫວັນນະເຂດ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.

ເຖິງແມ່ນວ່າ ສະພາບການລະບາດໃນນະຄອນຫຼວງວຽງຈັນ ກໍ່ຄືບາງແຂວງ ມີລາຍງານຜູ້ຕິດເຊື້ອເປັນພຽງ 01 ຕົວເລກ (ຕໍ່າກວ່າ 10) ແຕ່ຂື້ນໆ ລົງໆ, ສະພາບການການລະບາດ ໃນນະຄອນຫຼວງວຽງຈັນ ມີລາຍງານຈໍານວນບ້ານແດງ ທັງໝົດ 29 ບ້ານ ໃນ 6 ຕົວເມືອງ. ເຖິງວ່າມີແຈ້ງການເລກທີ 528/ຫສນຍ ແລະ ແຈ້ງການຂອງ ນະຄອນຫຼວງວຽຈັນ ກໍ່ຕາມ. ສັງເກດເຫັນວ່າ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ, ໝູ່ເພື່ອນ, ຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່. ນອກຈາກນັ້ນ ຜູ້ຕິດເຊື້ອບາງຄົນບໍ່ສະແດງອາການ ຈີ່ງສືບຕໍ່ໄປເຄື່ອນໄຫວເຮັດວຽກຕາມປົກກະຕິ ເຮັດໃຫ້ການລະບາດເຂົ້າສູ່ບັນດາຫ້ອງການ, ສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອໃໝ່ເກີດຂື້ນໃນແຕ່ລະວັນ;

ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ຄຽງຄູ່ກັນນັ້ນ ກໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນ ແມ່ນ ຖ້າບໍ່ມີຄວາມຈຳເປັນ ບໍ່ໃຫ້ອອກຈາກບ້ານ ຫຼື ເດີນທາງໄປແຂວງອື່ນ, ໃຫ້ ການຮັກສາໄລຍະຫ່າງໃນສັງຄົມ, ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ

ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວີດ 19 ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14ມື້້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ;

ການລະບາດ ຮອບທີ່ ສອງ ທີ່ເກີດຢູ່ ສປປ ລາວ ນີ້ ອາດຈະ ມີຈໍານວນຄົນຕິດເຊື້ອຫຼາຍກວ່າປະຈຸບັນ ແຕ່ເນື່ອງຈາກວ່າ ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ປະຊາຊົນໄດ້ຮັບວັກຊິນປ້ອງກັນ COVID-19 ເຊິ່ງມາຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັ້ມທີ 1 ແມ່ນ 639,878 ໂດສ ແລະ ເຂັ້ມທີ 2 ສັກໄດ້ 174,212 ໂດສ, ເຊິງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ສິ່ງດັ່ງກ່າວກໍ່ເຮັດໃຫ້ຄົນຕິດເຊື້ອ ຫຼຸດລົງ ຕາມທີ່ກະຊວງສາທາລະນະສຸກໄດ້ຄາດຄະເນໄວ້ ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ບໍ່ຄວນຈະຫຼົງໄຫຼກັບການລາຍງານຈໍານວນຕິດເຊື້ອໃໝ່ເພາະ ພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ. ບາງແຂວງປະຊາຊົນກໍ່ຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ ແຕ່ ເມື່ອເກີດມີການລະບາດໃນແຂວງຂອງທ່ານແລ້ວຈຶ່ງຈະໄປສັກວັກຊິນມັນກໍ່ຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊິນປ້ອງກັນ ສາມາດ ຕ້ານກັບ COVID-19, ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ຈົ່ງຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນມນແຂວງຂອງທ່ານໃຫ້ບັນລຸເປົ້າໝາຍທີ່ໄດ້ວ່າໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ສັງຄົມ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.

Leave a Reply

Your email address will not be published. Required fields are marked *