ວັນທີ 24 ພຶດສະພາ 2021 ເຈົ້າໜ້າທີ່ພະແນກສັນຕິບານ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີວ່າ ໃນວັນດຽວກັນ ໄດ້ມີກຸ່ມຄົນຈຳນວນໜຶ່ງພາກັນຕັ້ງວົງຊຸມນຸມຕີເປຕັງ ສັງສັນກິນເບຍ ເຕົ້າໂຮມຜູ້ຄົນເປັນຈຳນວນຫຼາຍຢູ່ເຂດບ້ານດົງໂພນເລົາ ເມືອງຫາດຊາຍຟອງ  ເຊິ່ງເປັນໄລຍະທີ່ມີການລະບາດເຊື້ອພະຍາດໂຄວິດ  ເຖິງຈະມີຄຳສັ່ງ ແລະ ມາດຕະການປ້ອງກັນຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມການລະບາດເຊື້ອພະຍາດຂັ້ນສູນກາງ ແລະ ນະຄອນຫຼວງ ໃຫ້ທຸກຄົນພາກັນກັກຕົວຢູ່ເຮືອນ ເພື່ອຢຸດການແຜ່ເຊື້ອພະຍາດ  ແຕ່ກໍຍັງເຫັນວ່າມີກຸ່ມຄົນຈຳນວນໜຶ່ງດື້ດ້ານ ບໍ່ປະຕິບັດຕາມ ພາກັນຕັ້ງວົງຊຸມແຊວກັນຢູ່ ໂດຍທີ່ບໍ່ຢ້ານກົວຕໍ່ພະຍາດ ບໍ່ປ້ອງກັນຕົນເອງ ແລະ ບໍ່ຄຳນື່ງເຖິງຜົນຮ້າຍອັນຕະລາຍຕໍ່ການແຜ່ເຊື້ອພະຍາດນີ້ໄປສູ່ບ່ອນອື່ນ  ຍິ່ງໄປກວ່ານັ້ນ ຍັງເປັນການລະເມີດຕໍ່ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ແລະ ແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການຄວບຄຸມ ແລະ ສະກັດກັ້ນຕ້ານພະຍາດໂຄວິດ  ໃນໄລຍະທີ່ບ້ານເມືອງມີການລັອກດາວ ຍ້ອນການລະບາດຈາກເຊື້ອພະຍາດດັ່ງກ່າວທີ່ກະຈາຍເປັນບໍລິເວນກ້ວາງ.

 ດັ່ງນັ້ນ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມ 4 ສາລາຄຳ ແລະ ສະຖານີ 1191 ໜອງໄຮ ລົງກວດກາເບິ່ງສະຖານທີ່ຕົວຈິງຢູ່ທີ່ເດີ່ນຕີເປຕັງບ້ານດົງໂພນເລົາ ຜ່ານການກວດກາຕົວຈິງ ພົບວ່າໃນສະຖານທີ່ດັ່ງກ່າວໄດ້ມີການຊຸມແຊວຕັ້ງວົງພາກັນຕີເປຕັງກິນເບຍແທ້ ເຊິ່ງມີຈຳນວນຜູ້ຄົນຫຼາຍກວ່າ 10 ຄົນຂຶ້ນໄປ ສ່ວນເຈົ້າຂອງເດີ່ນ ຊື່ທ້າວ ບັນເຈີດ ສິງລາວົງໄຊ  ອາຊີບຄ້າຂາຍ ຢູ່ໜ່ວຍ 14  ບ້ານດົງໂພນເລົາ ພ້ອມດ້ວຍປະຊາຊົນບ້ານໃກ້ຄ້ຽງ 5 ບ້ານ ເຊິ່ງມີບ້ານໜອງແວງ ສາລາຄຳໃຕ້ ຈອມທອງ ນາໄຮ່ ແລະ ບ້ານສະຫວ່າງ ໄດ້ພາກັນຕີເປຕັງ ແລະ ສັງສັນກິນເບຍຢູ່ສະຖານທີ່ດັ່ງກ່າວຢ່າງແທ້ຈິງ ຕາມການແຈ້ງຂອງພົນລະເມືອງດີ  ຕໍ່ເຫດການດັ່ງກ່າວ ຖືວ່າພວກກ່ຽວໄດ້ລະເມີດຕໍ່ການປະຕິບັດຄຳສັ່ງເລກທີ 15/ນຍ  ແລະ ແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການຄວບຄຸມ ແລະ ສະກັດກັ້ນຕ້ານການລະບາດພະຍາດໂຄວິດ.

 ໃນຜ່ານມາ ບ້ານກໍໄດ້ກ່າວເຕືອນໃຫ້ພວກກ່ຽວຢຸດເຊົາການຊຸມແຊວໜຶ່ງຄັັ້ງມາແລ້ວ ແຕ່ກໍຍັງຄືເກົ່າ ສ່ວນຄັ້ງນີ້ເຈົ້າໜ້າທີ່ ປກສ ເມືອງໄດ້ລົງກວດກາ ພ້ອມທັງນຳຕົວພວກກ່ຽວທັງໝົດມາສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ  ເພື່ອໃຫ້ຢຸດເຊົາບໍ່ໃຫ້ມີເຫດການແບບນີ້ເກີດຂຶ້ນອີກ ຫາກລະເມີດຈະໄດ້ປະຕິບັດມາດຕະການທາງກົດໝາຍ ແລະ ຖ້າຫາກເກີດມີການນຳເຊື້ອພະຍາດມາແຜ່ລະບາດໃນສະຖານທີ່ແຫ່ງນີ້ ຜູ້ເປັນເຈົ້າຂອງເຮືອນ ຈະຕ້ອງໄດ້ຮັບຜິດຊອບໃຊ້ຈ່າຍທັງໝົດທຸກຢ່າງ. 

ຂ່າວ : ສົມສະຫວັນ

Leave a Reply

Your email address will not be published. Required fields are marked *