ຕາມ​ຂ່າວ​ຈາກ ​ເຈ​ນີວາ,ວັນ​ທີ26​ພຶດສະພາ​ນີ້ ອົງການ​ ອະນາ​ໄມ​ໂລກ ​ແຈ້ງ​ໃຫ້​ຮູ້ວ່າ: ​ເຊື້ອ​ພະຍາດ​ໂຄ​ວິດ-19 B.1.617 ສາຍ​ພັນ ທີ່​ພົບ​ໃນ​ອິນ​ເດຍ ​ເປັນ​ແຫ່ງ​ທຳ​ອິດ ພວມ​ແຜ່​ລະບາດ​ ໃນ60​ປະ​ເທດ ​ທົ່ວ​ໂລກ ​ເຮັດ​ໃຫ້​ມີ ​ຜູ້​ຕິດ​ເຊື້ອ​ ລາຍ​ໃໝ່ 4,1ລ້ານ​ຄົນ ​ເສຍ​ຊີວິດ ​ເພີ່ມ​ຂຶ້ນ 84.000ຄົນ ຫລຸດ​ລົງ14% ​ແລະ 2%ຕາມ​ລຳດັບ ​ເມື່ອ​ທຽບ​ໃສ່​ກັບ​ ອາທິດ​ ກ່ອນ​ໜ້າ​ນີ້. ​

May be an image of one or more people, people standing and indoor

ສະຫະພາບ ເອີຣົບ(ອີ​ຢູ)​ເປັນ​ພາກ​ພື້ນ ທີ່​ມີ​ຜູ້​ຕິດ​ເຊື້ອ​ ລາຍ​ໃໝ່​ ​ແລະ ​ເສຍ​ຊີວິດ ຫລຸດ​ລົງ​ ຫລາຍ​ທີ່​ສຸດ ຕາມ​ມາ​ດ້ວຍ ອາຊີ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້ ຂະນະ​ທີ່ ພາກ​ພື້ນ​ອື່ນໆ ຕົວ​ເລກ ​ບໍ່​ຫລຸດ​ລົງ 5ປະ​ເທດ ທີ່​ມີ​ຜູ້​ຕິດ​ເຊື້ອ​ ລາຍ​ໃໝ່ ​ໃນ​ໄລຍະ 7ວັນ ​ທີ່​ຜ່ານ​ມາ​ເປັນຕົ້ນ ອິນ​ເດຍ, ບຣາຊິນ, ອາກຊັງ​ຕິນ, ສ.ອາ​ເມ​ລິ​ກາ ​ແລະ ​ໂກ​ໂລມ​ບີ.

May be an image of one or more people, people standing, people walking, crowd and road

ສຳລັບ ​ເຊື້ອ​ພະຍາດ ​ໂຄ​ວິດ ​ໄດ້​ກາຍພັນ 4ສາຍ​ພັນ ຮຸນ​ແຮງ ປະກອບ​ດ້ວຍ ສາຍ​ພັນ B.1.1.7 ທີ່​ພົບ​ໃນ​ອັງກິດ ​ເປັນ​ແຫ່ງ​ທຳ​ອິດ ລະບາດ​ແລ້ວ149​ປະ​ເທດ,ສາຍ​ພັນ ອາ​ຟຣິກາ​ໃຕ້ B.1.351ລະບາດ 102ປະ​ເທດ, ສາຍ​ພັນ​ ບຣາຊິນ P.1 ລະບາດ​ໃນ59​ປະ​ເທດ ​ແລະ ສາຍ​ພັນ​ ອິນ​ເດຍ B.1.617.ນອກ​ຈາກນີ້ ​​ເຊື້ອ​ພະຍາດ ໂຄ​ວິດ ຍັງຈະ​ສາມາດ​ ກາຍພັນ​​ໃໝ່ໄດ້​ ໃນ​ຕໍ່ໜ້າ.

May be an image of one or more people, people standing and indoor

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *