ຕຳຫຼວດສະຖານີຮັບແຈ້ງເຫດ ແລະ ແກ້ໄຂເຫດສຸກເສີນ ( 1191 ) ຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອຳນາດການປົກຄອງບ້ານໜອງແຕ່ງເໜືອ ລົງເຮັດບົດບັນທຶກສືກສາອົບຮົມກ່າວເຕືອນຮ້ານເສີມສວຍ ແລະ ຮ້ານຕັດຜົມ ຢູ່ເຂດບ້ານໜອງແຕ່ງເໜືອເວລາ 17:00 ໂມງ ຂອງວັນທີ 25 ພຶດສະພາ 2021 ຈຳນວນ 3 ຮ້ານ ທີ່ບໍ່ປະຕິບັດຕາມແຈ້ງການເຊີ່ງອາດມີຄວາມສ່ຽງຕໍ່ການຕິດເຊື້ອ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ຮູ້ວ່າ ໂດຍປະຕິບັດຕາມທິດຊີ້ນຳຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດແຈ້ງການເລກທີ02/ຈນວ, ລົງວັນທີ 21 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໄລຍະວັນທີ 21 ພຶດສະພາ ຫາວັນທີ 4 ມີຖຸນາ 2021. ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ຈັດຕັ້ງກຳລັງ 1191 ລົງສົມທົບກັບອຳນາດການປົກຄອງບ້ານໜອງແຕ່ງ ເພື່ອແກ້ໄຂຮ້ານເສີມສວຍ ແລະ ຮ້ານຕັດຜົມຢູ່ເຂດບ້ານໜອງແຕ່ງເໜືອ ແລະ ບ້ານຈັນສະຫວ່າງ ທີ່ເປີດໃຫ້ບໍລິການ, ຜ່ານການກວດກາຕົວຈິງຂອງເຈົ້າໜ້າທີ່ພົບເຫັນບັນດາຮ້ານດັ່ງກ່າວ ທີ່ເປີດໃຫ້ບໍລິການຢູ່ ຈື່ງໄດ້ເຮັດບົດບັນທຶກສືກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ.

ຕໍ່ກັບບັນຫາດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈື່ງໄດ້ຮຽກຮ້ອງມາຍັງຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ ຢູ່ນະຄອນຫຼວງວຽງຈັນ ໃຫ້ເພີ່ມທະວີໃນການປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດເພື່ອຈຳກັດຮັດແຄບການແຜ່ລະບາດອອກສູ່ວົງກວ້າງ.
