ໃນວັນທີ 25 ພຶດສະພາ 2021 ເວລາ 20:00ໂມງ ມີພົນລະເມືອງດີໂທເຂົ້າມາແຈ້ງຕໍ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ວ່າ: ມີການຕັ້ງວົງຊຸມແຊວເປີດເພງສຽງດັງ ຢູ່ເຂດບ້ານໜອງທາເໜືອ. ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງຈັນທະບູລີ ນຳພາໂດຍ ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າ ປກສ ເມືອງຈັນທະບູລີ ແລະ ພັທ ພົມມີ ແສນຈົງຮັກ ຫົວໜ້າ ປກສ ກຸ່ມ 5 ໜອງທາ ພ້ອມດ້ວຍ ປກສ-ກອງຫຼອນບ້ານໜອງທາເໜືອ ລົງກວດກາພົບເຫັນກຸ່ມໄວລຸ້ນຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນຢູ່ຫ້ອງແຖວ ບ້ານໜອງທາເໜືອ ຮ່ອມ 7.

ພາຍຫຼັງເຈົ້າໜ້າທີ່ພົບເຫັນພວກກ່ຽວ ຈຶ່ງໄດ້ເຊີນຂຶ້ນມາຫ້ອງການບ້ານໜອງທາເໜືອ ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະນຳ ນວ ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ ໃຫ້ມີການແຜ່ເຊື້ອພະຍາດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ແລະ ຕໍ່ກັບການກະທຳດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 2) ກໍານົດໄວ້ວ່າ: ຫ້າມຈັດງານລ້ຽງສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖາທີ່ ເພື່ອເປັນການປ້ອງກັນ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອອກໄປສູ່ວົງກວ້າງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວ ນວ ໃຫ້ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ ແລະ ຂໍໃຫ້ຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.