ວັນທີ 26/05/2021 ເວລາ 08:57 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ເຮືອນຈຸດເກີດເຫດ ບ້ານ ດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນສອງຊັ້ນຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ຫນ່ວຍສະກັດກັ້ນອັກຄີໄພເມືອງໄຊທານີ ໃຊ້ເວລາປະມານ30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.


.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ເຮືອນຫມົດຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

.

.
