ກາຍເປັນກະແສດຣາມາ ເມື່ອ ຜູ້ກໍາກັບ ເຈ້ຍ ປາຊີຟິກ Phoumsana Sirivongsa ໄດ້ໂພດຂໍ້ຄວາມລົງເຟສບຸກ ຂອງລາວໃນວັນທີ 24 ພຶດສະພາ 2021 ວ່າ : ”ຫມູ່ກະຫມູ່ເດີ້ ສູຫັກໂພດໂຊໂພດໂປ້ເອງ ແຫ່ງໄລຍະເກັບໂຄ ຕົກເປັນເມຍກູໃນຈິນຕະນາການ ບໍຮູ້ເດີ ກູບໍ່ຜິດ ໂຄວິດມັນເປັນເຫດ”
ພາຍຫຼັງໂພດ ກໍ່ມີຄົນມາໃຫ້ຄໍາເຫັນ ແລະ ແຊ ໄປຢ່າງຫຼວງຫຼາຍ, ເຊິ່ງສ່ວນໜື່ງ ກໍ່ຄິດວ່າເປັນການໂພດຕະຫຼົກ ເຮຮາມ່ວນຊື່ນ. ແຕ່ເມື່ອເບິ່ງເຂົ້າໄປເລິກໆ ແລ້ວ ເຫັນວ່າ ເປັນການໂພດ ທີ່ໜັກໄປເລື່ອງ ການຄຸກຄາມທາງເພດ ທີ່ຮຽກວ່າ Sexual Harassments. ແລະ ກໍ່ມີຫຼາຍຄົນ ບໍ່ເຫັນດີ ກັບການໂພດ ຂອງ ເຈ້ຍ ປາຊິຟິກ ທີ່ຫຼາຍຄົນ ກໍ່ຕິດຕາມ ແລະ ເປັນຄົນທີ່ຫຼາຍຄົນຮູ້ຈັກ ທັງເດັກນ້ອຍ ໄວລຸ້ນ ແລະ ຜູ້ໃຫຍ່. ການໂພດຂອງຜູ່ກ່ຽວ ແມ່ນໂພດແບບເປີດສາທາລະນະ (ເຖິງວ່າຈະເປັນການໂພດລົງເຟສສ່ວນຕົວ), ຈິ່ງເຮັດໃຫ້ທຸກຄົນ ສາມາດເຫດຂໍ້ຄວາມໄດ້.

ຫຼ້າສຸດ ຜູ່ເປັນເມຍ Thavisay Keobounphanh ໄດ້ອອກມາໂພດຂໍ້ໂທດ ແລະ ຊີ້ແຈ້ງ ໃນເຊົ້າ ເວລາ 7:25 ນາທີ ວັນທີ 25 ພຶດສະພາ 2021 ນີ້ວ່າ: ”ກ່ຽວກັບປະເດັນທີ່ຜົວຂ້ອຍ ເຈ້ຍ ປາຊິຟິກ ໂພສຂຽນລົງເຟດບຸ້ກສ່ວນຕົວຂອງລາວ ທີ່ມີເນື້ອຫາສໍ່ແວວລາມົກຄຸກຄາມທາງເພດ ເພື່ອຄວາມບັນເທີງນັ້ນ ໂດຍສ່ວນຕົວແລ້ວ ໃນຖານະຜູ້ຍິງຄົນນຶງ ຂ້ອຍເອງກໍ່ບໍ່ເຫັນດີ ກັບການກະທຳຂອງລາວ. ໃນຖານະແມ່ ຂ້ອຍຮູ້ດີວ່າທຸກຄົນເປັນລູກມີພໍ່ມີແມ່ ບໍ່ມີໄຜຢາກຖືກລວນລາມອະນາຈານທາງສາຍຕາ ຫລື ໃນຄວາມຄິດ ໃນໂລກຄວາມເປັນຈິງ ຫລື ໃນໂລກໂຊຊ້ຽວກໍ່ຕາມ. ແລະ ໃນຖານະທີ່ເປົນຄົນທີ່ຄວນເປັນແບບຢ່າງໃຫ້ສັງຄົມ ເຮົາຄວນເປັນກະບອກສຽງທີ່ຕໍ່ຕ້ານພຶດຕິກຳການຄຸກຄາມທາງເພດ. Sexual harassment is NOT okay.
ແຕ່ ໃນຖານະເມຍ ໃນຖານະຄົນທີ່ຮູ້ຈັກ ອ້າຍເຈ້ຍ ດີທີ່ສຸດ ຂ້ອຍຮູ້ວ່າລາວບໍ່ໄດ້ມີເຈດຕະນາທີ່ຊົ່ວຮ້າຍ ລາວ ພຽງແຕ່ “ຢາກໄດ້ຍອດໄລ້” ໂດຍທີ່ບໍ່ພິຈາລະນາໄຕ່ຕອງກ່ອນດີໆ ຊຶ່ງຖືວ່າເປັນຂໍ້ຜິດພາດ. ຄວາມຈິງແລ້ວ ໃນຊີວິດຈິງລາວເປັນພໍ່ທີ່ດີເປັນຄູ່ຊີວິດທີ່ດີ ລາວຮັກລູກຮັກເມຍ ໃຫ້ກຽດຄອບຄົວແລະຄົນອື່ນສະເຫມີ. ຫລາຍຄົນອາດຈະຄິດວ່າຂ້ອຍປົກປ້ອງລາວ ຂ້ອຍບໍ່ໄດ້ຢາກແກ້ໂຕແທນລາວ ແຕ່ແຄ່ຢາກອະທິບາຍມຸມມອງຂອງຄົນທີ່ບໍ່ໄດ້ພຽບພ້ອມທຸກຢ່າງ ແຕ່ຂໍ້ເສຍຂອງລາວກໍ່ປຽບສະເຫມືອນລາຍເປື້ອນຢູ່ຜ້າຂາວ ທີ່ຂ້ອຍເລືອກທີ່ຈະຍອມຮັບແລະໄຊ້ຊີວິດຢູ່ນຳລາວ ເພາະເຮົາເປັນຄອບຄົວດຽວກັນ. ສະນັ້ນ ຫວັງວ່າຫລາຍຄົນຈະເຂົ້າໃຈ ແລະຫວັງວ່າທຸກຄົນຈະໃຫ້ອະໄພແລະຍັງສືບຕໍ່ສະຫນັບສະຫນຸນຜົນງານເຮົາຕໍ່ໄປ ຂໍຂອບໃຈ

ເຊິ່ງ ກ່ອນທີ່ເມຍຈະມາໂພດ ຊີ້ແຈ້ງນັ້ນ, ໂພດດັ່ງກ່າວ ກໍ່ຖືກລົບອອກໄປແລ້ວ. ຈົນຮອດ ເວລາ 12:12 ວັນທີ 25 ພຶດສະພາ 2021, ເຈ້ຍ ປາຊິຟິກ ກໍ່ອອກມາໂພດຂໍໂທດ ແລະ ຊີ້ແຈງອີກຄັ້ງ.

ການເປັນບຸກຄົນຂອງສັງຄົມ ຕ້ອງໄດ້ ວາງຕົວ ແລະ ເປັນແບບຢ່າງ, ຍິ່ງ ໃນໂລກອອນລາຍ ທີ່ທຸກຢ່າງສາມາດ ກະຈາຍໄວ ພາຍໃນເວລາອັນສັ້ນ, ກໍ່ຈະເຮັດໃຫ້ ຄົນທີ່ຊື່ນຊົມ ແລະ ຕິດຕາມຜົນງານທ່ານ ໝົດສັດທາ.