ໃນວັນທີ 24 ພຶດສະພາ 2021, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຜ່ານທາງເບີວອດແອັບ ປກສ ນວ ວ່າ: ມີຮ້ານເສີມສວຍ ຢູ່ເຂດເມືອງສີໂຄດຕະບອງ ຫຼາຍຮ້ານຍັງເປີດໃຫ້ບໍລິການທີ່ເປັນການລະເມີດແຈ້ງການຂອງ ເຈົ້າຄອງ ນວ ໄດ້ວາງອອກ. ສະນັ້ນ, ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງສີໂຄດຕະບອງ ລົງກວດກາພົບເຫັນຮ້ານທີ່ຍັງເປີດບໍລິການມີ 4 ຮ້ານ; ເຈົ້າໜ້າທີ່ພ້ອມດ້ວຍອຳນາດການປົກຄອງບ້ານຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກມີດັ່ງນີ້: 1. ຮ້ານເສີມສວຍ ນາງ ການິນ ອາ ຍຸ 34 ປີ, ອາຊີບເສີມສວຍ ຕັ້້ງຢູ່ບ້ານໜອງດ້ວງໃຕ້; 2. ຮ້ານເສີມສວຍ ນາງ ດົ່ງທີ່ຈ່າງ ອາຍຸ 22 ປີ, ອາຊີບເສີມສວຍ, ສັນຊາດລາວ, ເຊື້ອຊາດຫວຽດນາມ ຕັ້ງຢູ່ບ້ານໜອງດ້ວງໃຕ້; 3. ຮ້ານຕັດຜົມ ທ ພອນສະຫວັນ ອາຍຸ 40 ປີ, ອາຊີບຊ່າງຕັດຜົມ, ຕັ້ງຢູ່ບ້ານທົ່ງປົ່ງ; 4. ຮ້ານ ເສີມສວຍ ນາງ ຫ່າ, ອາຍຸ 25 ປີ, ອາຊີບເສີມສວຍ, ສັນຊາດ-ເຊື້ອຊາດ ຫວຽດນາມ ຕັ້ງຢູ່ບ້ານທົ່ງປົ່ງ; ທັງ 4 ຮ້ານແມ່ນຢູ່ ເມືອງສີໂຄດຕະບອງ ນວ.

May be an image of one or more people, people standing and indoor

ຕໍ່ກັບບັນຫາດັ່ງກ່າວເຫັນວ່າທັງ 4 ຮ້ານ ແມ່ນລະເມີດແຈ້ງການ ເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 1) ຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ, ຮ້ານສະນຸກເກີ, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ.

May be an image of one or more people, people standing, people sitting and indoor

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ທີ່ກຳລັງແຜ່ລະບາດ ແລະ ຂໍໃຫ້ຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆ ໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະ ຄອນຫຼວງວຽງຈັນ.

May be an image of one or more people, people standing and text that says 'ZONGSHEN'

Leave a Reply

Your email address will not be published. Required fields are marked *