ລາຍງານຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 23 ພຶດສະພາ 2021 ເວລາ 08:12ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີເຫດຄາດຕະກຳ (ຍິງກັນເສຍຊີວິດ) ຢູ່ບ້ານຫ້ວຍເດື່ອ ເມືອງໂພນໂຮງ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດບ່ອນເກີດເຫດພົບເຫັນຄົນເສຍຊີວິດຄາທີ່ 01 ຄົນ, ບາດເຈັບ 02 ຄົນ,ເປັນເພດຊາຍທັງໝົດ.

*ຂໍ້ມູນເບື້ອງຕົ້ນ:

ຄົນທີ 01 : ຊື່ ທ້າວ ດີຢາງ ອາຍຸ 26 ປີ ຢູ່ບ້ານ ນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ຖືກຍີງຢູ່ກົກແຂນເບື້ອງຊ້າຍ ຊອດອອກກົກແຂນເບື້ອງຂວາ (ເສຍຊີວິດຄາທີ່)

ຄົນທີ່ 02: ຊື່ ທ້າວ ໄທຢ່າງ ອາຍຸ 25ປີ ຢູ່ບ້ານ ໂພນຄຳ ເມືອງໂພນໂຮງ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ຖືກຢີງຢູ່ກົ້ກແຂນເບື້ອງຊ້າຍ ລູກປື່ນຄາຢູ່ໃນ ບໍ່ເຫັນຊອດອອກທາງໃດ໋

ຄົນທີ່ 03 : ຊື່ ທ້າວ ປໍຢ່າ ອາຍຸ 18ປີ ຢູ່ບ້ານ ໂພນຄຳ ເມືອງໂພນໂຮງ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ຖືກຍິງຢູ່ຫຼັງຕີນເບື້ອງຊ້າຍ ຊອດອອກສົ້ນຕີນ.

ສວ່ນລາຍລະອຽດຂອງເຫດການຄັ້ງນີ້ແມ່ນຢູ່ໃນຂັ້ນຕອນການສັນນະສູດແລະສືບສວນສອບສວນຂອງເຈົ້າຫນ້າທີ່ຕຳຫລວດ

ດັ່ງນັ້ນ, ຫນ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈຶ່ງໄດ້ຫໍ່-ມ້ຽນສົບຜູ້ເສຍຊີວິດ ແລ້ວນຳສົ່ງໄປ ໂຮງເຢັນ ໂຮງຫມໍແຂວງວຽງຈັນ, ສ່ວນຜູ້ໄດ້ຮັບບາດ 02 ຄົນແມ່ນໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປໂຮງໝໍແຂວງວຽງຈັນ.

ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.

🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.

Leave a Reply

Your email address will not be published. Required fields are marked *