ແຂວງ ສະຫວັນນະເຂດລາຍງານ ວັນທີ 23/5/21 ເວລາ 23:25ນາທີ ໜ່ວຍກູ້ໄພ້ ສະຫວັນນະເຂດ ໄດ້ຮັບແຈ້ງອຸບັດຕິເຫດລົດໃຫຍ່ຕຳກັບລົດຈັກ ທີ່ເຂດເສັ້ນທາງ ບ້ານນາເລົ່າ ນະຄອນໄກສອນ ພົມວິຫານແຂວງ ສະຫວັນນະເຂດ

.

ໃນຈຸດເກີດເຫດມີຜູ້ເສຍຊີວິດຄາທີ່ 1ລາຍ ເປັນເພດຊາຍ ມີອາການ ຂາຫັກ ຄໍຫັກ ແລະກະທົບຫົວດັ່ງນັ້ນທີມງານຈຶ່ງໄດ້ໃຫ້ການຊ່ວຍເຫຼືອສຸດຄວາມສາມາດ ປ້ຳຫົວໃຈແຕ່ຊີບພະຈອນຜູ້ກ່ຽວບໍ່ຕອບສະຫນອງ ໄດ້ເສຍຊີວິດຄາທີ່ ສະນັ້ນທາງທີມງານຈື່ງໄດ້ນຳສົ່ງສົບຜູ້ເສຍຊີວິດໄປທີ່ວັດ ໂພນສະຫວ່າງໃຕ້

ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ

ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ

.

.
