ແຂວງສະຫວັນນະເຂດ: ວັນທີ 23/5/2021 ເວລາ 23:25 ນາທີ ໜ່ວຍກູ້ໄພ້ ສະຫວັນນະເຂດ ໄດ້ຮັບແຈ້ງອຸບັດຕິເຫດລົດໃຫຍ່ຕຳກັບລົດຈັກ ທີ່ເຂດເສັ້ນທາງ ບ້ານນາເລົ່າ, ນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ

ໃນຈຸດເກີດເຫດມີຜູ້ເສຍຊີວິດຄາທີ່ 1 ລາຍ ເປັນເພດຊາຍ, ມີອາການ ຂາຫັກ ຄໍຫັກ ແລະກະທົບຫົວ.

ດັ່ງນັ້ນທີມງານກູ້ໄພ ແຂວງສະຫວັນນະເຂດ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອສຸດຄວາມສາມາດ ປ້ຳຫົວໃຈແຕ່ຊີບພະຈອນຜູ້ກ່ຽວບໍ່ຕອບສະຫນອງ ໄດ້ເສຍຊີວິດຄາທີ່.

ສະນັ້ນທາງທີມງານຈຶ່ງໄດ້ນຳສົ່ງສົບຜູ້ເສຍຊີວິດໄປທີ່ວັດ ໂພນສະຫວ່າງໃຕ້.

ສ່ວນການສືບສວນ ອຸບັດຕິເຫດຄັ້ງນີ້, ເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕາມຂັ້ນຕອນຂອງລະບຽບກົດໝາຍ.

ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ

  • ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
  • ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
  • ສາຍຕົງ : 020 28285454
  • ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
  • ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue1629

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :

  • ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,
  • ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
  • ອຸປະກອນການແພດຕ່າງໆ
  • ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
  • ນ້ຳມັນລົດອອກເຫດ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ ສະຖານທີ່ : ບ້ານ ສອນໄຊ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
  • ຕິດຕໍ່ສອບຖາມ: 020 28285454

Leave a Reply

Your email address will not be published. Required fields are marked *