ໃນວັນທີ 17 ພຶດສະພາ 2021 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ປກສ ແຂວງສະຫວັນນະເຂດ ມ້າງກຸ່ ມ ແ ກ້ ງ ມົ້ ວ ສຸ ມ ຢ ໄດ້ 11 ຄົນ ຍິງ 6 ຄົນ ພ້ອມຢ ແລະ ອຸປະກອນໃນການ ເ ສ ບ .

ທ່ານ ພັຕ ທະນູສອນ ຈິນດາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ າ ນ ຢ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນລະວ່າງວັນທີ 16-17 ພຶດສະພາ 2021, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສືບຮູ້ແຫຼ່ງຂ່າວວ່າ ມີກຸ່ມຄົນຈຳນວນໜຶ່ງມົ້ ວ ສຸ ມ ຢ ຢູ່ຮ້ານຄາຣາໂອເກະແຫ່ງໜຶ່ງຂອບເຂດບ້ານນາເລົ່າ ນະຄອນໄກສອນພົມວິຫານ ເຊິ່ງເປັນການລະເມີດຕໍ່ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021, ຄຳສັ່ງເຈົ້າແຂວງສະຫວັນນະເຂດ ເລກທີ 0775 ແລະ 0776/ຈຂ.ສຂ ລົງວັນທີ 23-24 ເມສາ 2021 ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19.

May be an image of 1 person and text

ຕົກມາຮອດເວລາປະມານ 1:00 ໂມງ ຂອງວັນທີ 17 ພຶດສະພາ 2021, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຈັບກຸມເປົ້າໝາຍຢູ່ຈຸດດັ່ງກ່າວ ແລະ ໄດ້ກວດຄົ້ນເຄຫະສະຖານ ພົບເຫັນມີການດື່ມກິນສິ່ງມຶນເມົາ ແລະ ມົ້ ວ ສຸ ມ ຢ ຈຶ່ງໄດ້ກັກຕົວພວກກ່ຽວທັງໝົດ 11 ຄົນ ຍິງ 6 ຄົນ ຄື: ທ້າວ ເຈິນຮູປິງ (ອາປິງ) ອາຍຸ 30 ປີ ເຈົ້າຂອງຮ້ານຄາຣາໂອເກະ, ທ້າວ ອາເຊົ້າ ອາຍຸ 30 ປີ, ທ້າວ ລິວຫົງ ອາຍຸ 44 ປີ, ທ້າວ ລີຈຽງ ອາຍຸ 27 ປີ ທັງ 4 ເປັນຄົນສັນຊາດຈີນ, ທ້າວ ບຸນມີ ວົງສະຫວັນ ອາຍຸ 23 ປີ ກຳມະກອນຢູ່ບ້ານບາງຢ໋ອກ ນະຄອນປາກເຊ, ນາງຈິມມີ້ ສໍອາຄົມ ອາຍຸ 24 ປີ ວ່າງງານ ບ້ານຫ້ວຍລືສີ ເມືອງບາຈຽງ, ນາງ ເຈນນະຄອນ ບຸຜາວັນ ອາຍຸ 24 ປີ ກຳມະກອນບ້ານບາງຢ໋ອກ ນະຄອນປາກເຊ, ນາງ ອິນທານິນ ພູມສີສະຫວັດ ອາຍຸ 19 ປີ ວ່າງງານ ບ້ານແກ ນະຄອນປາກເຊ, ນາງ ດາ ຈັນບົວກອງ ອາຍຸ 21 ປີ ອາຊີບເຮັດນາ ບ້ານຂົວເຊ ເມືອງບາຈຽງ ທັງ 5 ຄົນ ເປັນຄົນແຂວງຈຳປາສັກ, ນາງ ເພັດອຳພອນ ຖິ່ນພາສຸກ ອາຍຸ 17 ປີ ບ້ານອຸດົມວິໄລ ນະຄອນໄກສອນພົມວິຫານ ແລະ ນາງ ນ້ອຍ ດອນດາລາ ອາຍຸ 23 ປີ ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ.

No photo description available.

ສ່ວນຂອງກາງຄະດີທີ່ຢຶດໄດ້ມີ: ຢ ປະເພດ ຢ ອີ , ຢ ເຄ (ຜົ ງ ສີ ຂ າ ວ ) ພ້ອມອຸປະກອນໃນການເ ສບ ຈຳນວນໜຶ່ງ, ລົດເກັງໜຶ່ງຄັນ ຍີ່ຫໍ້ ຈາກົວ ສີຂາວ ປ້າຍທະບຽນ ວຮ 9799 ກຳແພງນະຄອນ, ໂທລະສັບນຳນວນ 12 ໜ່ວຍ, ເງິນກີບຈຳນວນ 53.690.000 ກີບ, ເງິນບາດ 11.200 ບາດ, ເງິນໂດລາ 590 ໂດລາ, ເງິນດົງ 300.000 ດົງ, ເງິນຢວນ 100 ຢວນ, ເງິນເຢັນ ສະກຸນເງິນຢີ່ປຸ່ນ 1.000 ເຢັນ, ປື້ມຝາກທະນາຄານຈຳນວນ 3 ຫົວ, ບັດ ATM ໜຶ່ງບັດ, ທະບຽນລົດ, ແລະ ເອກະສານອື່ນໆ.

ຕໍ່ກັບຄະດີນີ້ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອເກັບກຳຂໍ້ມູນຫຼັກຖານເພີ່ມຕື່ມ ເພື່ອນຳຕົວຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

Leave a Reply

Your email address will not be published. Required fields are marked *