ທ່ານ ດຣ ທອງພຸດ ສຸກຂະເສີມ ຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດ Covid-19 ໄດ້ລາຍງານສະພາບການປິ່ນປົວຄົນທີ່ຕິດເຊື້ອພະຍາດ Covid-19 ແລະນອນຕິດຕາມປິ່ນປົວຢູ່ ໂຮງໝໍແຂວງຫຼວງພະບາງ ນັບແຕ່ວັນທີ 24 ເມສາ 2021 ເປັນຕົ້ນມາ, ເຊິ່ງມາຮອດປະຈຸບັນ ໄດ້ມີຜູ້ທີ່ຕິດເຊື້ອພະຍາດ Covid-19 ຖຶກນຳສົ່ງເຂົ້າມານອນຕິດຕາມອາການ ແລະປິ່ນປົວ ຈຳນວນ 13 ຄົນ, ໃນນັ້ນ ໄດ້ປິ່ນປົວຫາຍດີອອກໄປແລ້ວ 6 ຄົນ ໃນວັນທີ15 ພຶດສະພາ ຜ່ານມາ, ແລະ ຍັງເຫຼືອ 7 ຄົນ ເຫັນວ່າຄົນເຈັບທຸກຄົນມີສະພາບທີ່ດີ ແລະບໍ່ມີອາການຮຸນແຮງ.

ມາຮອດ ວັນທີ 21 ພຶດສະພາ 2021 ຜູ້ຕິດເຊື້ອທີ່ຍັງເຫຼືອ ຈຳນວນ 7 ຄົນ ແມ່ນໄດ້ຮັບການປີ່ນປົວຫາຍດີເປັນທີ່ຮຽບຮ້ອຍແລ້ວ ແລະກວດບໍ່ພົບເຊື້ອພະຍາດ Covid-19, ໂດຍອີງຕາມຂໍ້ແນະນຳຂອງກົມປິ່ນປົວກະຊວງສາທາລະນະສຸກ ກ່ຽວກັບການໃຫ້ຄົນເຈັບທີ່ຕິດເຊື້ອພະຍາດ Covid-19 ອອກໂຮງໝໍ ເຫັນວ່າຄົນເຈັບທັງ 7 ຄົນ ແມ່ນສາມາດອອກໂຮງໝໍກັບບ້ານໄປ ຫາຄອບຄົວໄດ້ ແລະໃຫ້ ສືບຕໍ່ການປ້ອງກັນ, ຕິດຕາມອາການຢູ່ເຮືອນຢ່າງເຄັ່ງຄັດ ແລະຈຳກັດບໍລິເວນ ເປັນເວລາ 14 ວັນ, ສຶບຕໍ່ຮັກສາສຸຂະພາບຕົນເອງຢູ່ບ້ານ, ໃຫ້ຫຼີ້ກເວັ້ນການອອກໄປຂ້າງນອກ ເຊັ່ນ: ຮ້ານຄ້າ, ຕະຫຼາດ, ຊຸມຊົນ, ເທັກບາ ແລະສະຖານທີ່ບັນເທີງແອອັດ. ໃຫ້ໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ, ໝັ່ນລ້າງມືໃສ່ສະບູ່, ໃຫ້ຮັກສາໄລຍະຫ່າງຢ່າງນ້ອຍ 2 ແມັດ, ຫ້າມກິນເຂົ້າຮ່ວມພາ, ຊຸມແຊວກັບຄອບຄົວ ແລະໝູ່ເພື່ອນ ໃນໄລຍະທີ່ຮັກສາຕົວຢູ່ບ້ານ, ໃຫ້ແຍກຫ້ອງນອນຜູ້ດຽວ, ນອນຫ້ອງທີ່ມີອາກາດລ່ວງດີ, ໃຫ້ໝັ່ນໄຂປະຕູປ່ອງຢ້ຽມເອົາອາກາດສົດ, ບໍ່ຢາກໃຫ້ໃຊ້ແອເຢັນໃຫ້ພັກຜ່ອນພຽງພໍ, ກີນອາຫານໃຫ້ຄົບໝວດໝູ່, ອອກກໍາລັງກາຍບໍລິເວນເດີ່ນບ້ານໃຫ້ສະໝໍ່າສະເໝີ, ຖ້າມີອາການຜິດປົກກະຕິເຊັ່ນ: ໄຂ້, ໄອ, ເມື່ອຍ, ຫາຍໃຈຝຶດ, ເຈັບຄໍ, ດັງບໍ່ມີກີ່ນ, ປວດຕົນໂຕ, ຖອກທ້ອງ ໃຫ້ກັບຄືນມາກວດຢູ່ສະຖານທີ່ປີ່ນປົວເດີມ. ໃຫ້ອໍານາດການປົກຄອງບ້ານ, ໜ່ວຍງານອານາໄມ-ກັນພະຍາດ, ລະບາດວິທະຍາ, ຄະນະສະເພາະກິດສາທາລະນະສຸກເມືອງ ສຶບຕໍ່ກວດກາຕິດຕາມໃກ້ສິດກັບຜູ້ທີ່ອອກໄປຮັກສາສຸຂະພາບຕົນເອງຢູ່ບ້ານ ເພື່ອໃຫ້ຜູ້ກ່ຽວປະຕິບັດຕົນເອງ ຕາມຄໍາແນະນໍາຢ່າງເຄັ່ງຄັດ, ຖ້າມີຂໍ້ສົງໄສກະລຸນາສອບຖາມຂໍ້ມູນເພີ່ມເຕີມ ທາງໂທລະສັບສາຍດ່ວນ 071 166

ຜູ້ປິ່ນປົວຫາຍດີ ຈຳນວນ 7 ຄົນ ໃນຄັ້ງນີ້ ປະກອບມີ ນະຄອນ-ຫຼວງພະບາງ 3 ຄົນ ຄື: ຜູ້ທີ 1 ເພດຍິງ ອາຍຸ 21 ປີ ຢູ່ບ້ານໂພສີ, ຜູ້ທີ 2 ເດັກຍິງ ອາຍຸ 1ປີ 5 ເດືອນ ຢູ່ບ້ານໂພສີ ແລະ ຜູ້ທີ 3 ເພດຍິງ ອາຍຸ 21 ປີ ຢູ່ບ້ານເມືອງງາ, ສຳລັບ ຜູ້ຕິດເຊື້ອຈາກ ເມືອງຊຽງເງິນ ປະກອບມີ 4 ຄົນ, ຍິງ 3 ຄົນ, ຄື: ຜູ້ທີ 1 ແມ່ນ ເພດຍິງ ອາຍຸ 27 ປີ ຢູ່ບ້ານປາກແວດ, ຜູ້ທີ 2 ເພດຊາຍ ອາຍຸ 24 ປີ ຢູ່ບ້ານປາກແວດ, ຜູ້ທີ 3 ເພດຍິງ ອາຍຸ 21 ປີ ຢູ່ບ້ານມູດ ແລະຜູ້ທີ 4 ເດັກເກີດໃໝ່ອາຍຸ 2 ເດືອນປາຍ ຢູ່ບ້ານປາກແວດ.

ໂອກາດນີ້ ທ່ານ ດຣ ທອງພຸດ ສຸກຂະເສີມ ຜູ້ອຳນວຍການໂຮງໝໍແຂວງຫຼວງພະບາງ ຍັງໄດ້ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຈົ່ງຮັກແພງຮັບເອົາເຂົາເຈົ້າ, ບໍ່ໃຫ້ລັງກຽດ ແລະບໍ່ໃຫ້ຢ້ານກົວເກີນໄປ ເພາະເຂົາເຈົ້າໄດ້ຮັບການປີ່ນປົວຊ່ວງຫາຍດີແລ້ວ. ແລະຂໍຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວທຸກໆຄົນ ເປັນຫູເປັນຕາຊ່ວຍທະຫານ, ຕໍາຫຼວດ ເພື່ອປ້ອງກັນ-ຕິດຕາມກຸ່ມແຮງງານທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລ້ວລັກລອບຜ່ານແດນເຂົ້າມາແບບບໍ່ເປັນທາງການ ຕື່ມອີກ.

ຂ່າວ ພາບ: ບົວວອນ ດວງສະຫວັດ

Leave a Reply

Your email address will not be published. Required fields are marked *