ໃນຍຸກຂອງການໃຊ້ ສະມາດໂຟນ ເປັນເຄື່ອງມື ທີ່ສໍາຄັນ ບໍ່ວ່າ ການສື່ສານ, ອ່ານຂ່າວສານບ້ານເມືອງ ແລະ ລວມໄປເຖິງການໃຊ້ ແອັບພິເຄຊັນ ເພື່ອ ເຮັດທຸລະກໍາທາງການເງິນ, ເຊັ່ນການໂອນເງິນ ຫຼື ຊໍາລະຄ່າໃຊ້ຈ່າຍຕ່າງໆ. ຖືວ່າ ງ່າຍພຽງປາຍນິ້ວມື.

ມາພ້ອມກັບຄວາມສະດວກ, ກໍ່ມີເລື່ອງລາຍ ຫຼາກຫຼາຍບັນຫາ ທີ່ເກີດຈາກການ ບໍ່ຮອບຄອບ ໂດຍສະເພາະ ການໂອນເງິນຜິດບັນຊີ ທີ່ເຫັນວ່າ ເປັນຂ່າວ ເຕັມເຟສບຸກ ໄລຍະນີ້, ຖືກຄົນໃຈດີ ກໍ່ໂຊກດີ ໄດ້ເງິນຄືນ, ຖືກຄັນ ຂີ້ສໍ້ ມັກຍາກ ກໍ່ເອົາເງິນໄປຈ່າຍເສີຍ ພ້ອມຄໍາເຢິຍວ່າ ຜູ່ສົ່ງໂອນເງິນຜິດເອງ.

ເຖິງຢ່າງໃດກໍ່ດີ, ອາດຈະເປັນຄວາມບົກຜ່ອງຂອງຜູ່ໂອນເງິນ ທີ່ໂອນເງິນຜິດບັນຊີ, ແຕ່ມື້ນີ້ ທີມງານ ລາວ ໄທ ຈະພາໄປເບິ່ງ ມູມມອງດ້ານກົດໝາຍວ່າເປັນຈັ່ງໃດ. ຫາກທ່ານໄດ້ຮັບເງິນ ໂອນມາຈາຄົນອື່ນ ໂດຍທີ່ເປັນການໂອນເງິນຜິດບັນຊີ ທ່ານຈະສາມາດໃຊ້ເງິນນັ້ນໄດ້ບໍ່? ບໍ່ຜິດກົດໝາຍບໍ່? ແລະ ທ່ານຄວນຈະເຮັດແນວໃດ ຖ້າທ່ານໄດ້ຮັບເງິນ ທີ່ບໍ່ແມ່ນຂອງຕົນ.

ອີງຕາມ ປະມວນກົດໝາຍແພງ ມາດຕາ 502 ໃຫ້ຮູ້ວ່າ: ການຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດທີ່ຕົນບໍ່ມີສິດດ້ວຍຄວາມຫຼົງຜິດ. ບຸກຄົນໄດ້ ຫາກໄດ້ຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດຂອງຜູ່ອ່ນ ດ້ວຍຄວາມຫຼົງຜິດ, ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ຜົນປະໂຫຍດນັ້ນ ຄືນໃຫ້ຜູ່ເປັນເຈົ້າຂອງ ພ້ອມທັງໝັກຜົນ ຫຼື ລາຍໄດ້. ນັບແຕ່ເວລາທີ່ ໄດ້ຮັບເປັນຕົ້ນໄປ ແລະ ຜູ່ກ່ຽວກໍ່ສາມາດຮ້ອງເອົາຄ່າປົກປັກຮັສາຊັບສິ່ງຂອງ ແລະ ໝາກຜົນລວມທັງມູນຄ່າທີ່ເພີ່ມຂຶ້ນ ຂອງຊັບສິ່ງຂອງນັ້ນ.

ຊັບສິ່ງຂອງ ຫຼື ຜົນປະໂຫຍດທີ່ນໍາໃຊ້ແລ້ວໝົດໄປ, ເປ່ເພ ຫຼື ສູນຫາຍ ໃຫ້ຕີມູນຄ່າຊັບສິ່ງຂອງ ຫຼື ຜົນປະໂຫຍດນັ້ນ ຄືນໃຫ້ ແກ່ຜູ່ເປັນເຈົ້າຂອງ, ເວັ້ນເສຍແຕ່ການສູນຫາຍ ຫຼື ເປ່ເພ ຍ້ອນເຫດສຸດວິໄສ.

ໃນກໍລະນີມີການສ້ອມແປງ, ປັບປຸງ ຫຼື ເພີ່ມເຕີມ ເຮັດໃຫ້ມູນຄ່າຂອງຊັບສິ່ງຂອງເພີ່ມຂຶ້ນ ຜູ່ເປັນເຈົ້າຂອງຊັບສິ່ງຂອງ ຕ້ອງທົດແທນ ຄືນມູນຄ່າ ໃນສ່ວນທີ່ເພີ່ມຂຶ້ນ ໃຫ້ແກ່ ຜູ່ຮັບຊັບສິ່ງຂອງນັ້ນ.

ໃນກໍລະນີທີ່ໝາກຜົນນັ້ນ ຫາກໄດ້ນໍາໃຊ້ແລ້ວໝົດໄປ, ເປ່ເພ ຫຼື ສູນຫາຍ ກໍ່ໃຫ້ຖືວ່າແລ້ວແກ່ກັນໄປ.

ສະຫຼຸບ ກ່ຽວກັບ ການໄດ້ຮັບເງິນໂອນຈາກ ຄົນອື່ນ ຍ້ອນຜູ່ສົ່ງຫຼົງເລກບັນຊີ, ຜູ່ຮັບຕ້ອງໄດ້ ສົ່ງຄືນ, ສ່ວນວ່າການຂໍຄ່ານໍ້າໃຈນັ້ນ ສຸດແລ້ວແຕ່ການຕົກລົງຂອງສອງຝ່າຍ. ຖ້າຫາກວ່າ ຜູ່ໄດ້ຮັບເງິນ ບໍ່ຍອມສົ່ງ ຜູ່ເປັນເຈົ້າຂອງເງິນ ກໍ່ສາມາດຮ້ອງຟ້ອງໄດ້.

ທ່ານສາມາດອ່ານ ປະມວນກົດໝາຍແພ່ງ ໄດ້ໂດຍການກົດບ່ອນນີ້!

Leave a Reply

Your email address will not be published. Required fields are marked *