ລາຍງານຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ, ວັນທີ 20 ພຶດສະພາ 2021 ໃນຂອບເຂດທົ່ວປະເທດ, ຊຶ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງໄຊຍະບູລີ.

ໃນເວລາ 03:55:56 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງເສັ້ນຂະໜານທີ 19.517 ອົງສາເໜືອ ແລະ ເສັ້ນແວງທີ 101.381 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣີກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 3 KM ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານສະມະ ເມືອງໄຊສະຖານ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 21 KM. ໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

.

ຂ່າວຈາກ: ປະເທດລາວ Pathedlao