ແຈ້ງການພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍ່ແກ້ວສືບຕໍ່ປະຕິບັດຕາມແຈ້ງການ ເລກທີ 337/ຖວທ,ລົງວັນທີ 13 ເມສາ 2021 ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນັບແຕ່ວັນທີ 18-31 ພຶດສະພາ 2021.

1.ສືບຕໍ່ປິດສະຖານທີ່ບັນເທິງ,ຄາລາໂອເກ,ຮ້ານກິນດື່ມທຸກປະເພດ,ຮ້ານອາຫານ,ຮ້ານນວດ,ຮ້ານຊີ້ນດາດ,ຮ້ານຊຸມແຊວ ແລະ ຫາດຊາຍແຄມນໍ້າຕ່າງໆ.

2. ໃຫ້ປິດຊົ່ວຄາວການບໍລິການເຮືອນພັກ,ໂຮງແຮມ,ຣິສອດໃນຂອບເຂດທົ່ວແຂວງທີ່ມີການລະບາດ ແລະ ເຂດເສດຖິກິດພິເສດສາມຫຼ່ຽມຄໍາ.

ໃນກໍລະນີກວດພົບຜູ້ລະເມີດຕໍ່ແຈ້ງການສະບັບນີ້ ຄັ້ງທໍາອິດໃຫ້ກ່າວເຕືອນ ພ້ອມເຮັດບົດບັນທືກເປັນຫຼັກຖານໄວ້ ຫາກຍັງສືບຕໍ່ລະເມີດອີກ ແມ່ນໃຫ້ຖອນໃບອານຸຍາດ ໃບທະບຽນວິສາຫະກິດ ແລະ ໃຫ້ປິດບໍລິການໂດຍບໍມີກໍານົດ ແລະ ປັບໄໝຕາມລະບຽງການ.

.
