ເຫັນແລ້ວທໍ້ໃຈເກີນຄຳບັນຍາຍ
ເລື່ອງມີຢູ່ວ່າ: ຂ້ອຍພາເອື້ອຍມາໂຮງໝໍຂ້ອຍກະນັ້ງຖ້າຢູ່ນອກ ແລ້ວເຫັນເອື້ອຍ ຕາມຮູບນີ້ ອຸ້ມລູກມາ ຂ້ອຍກະຖາມວ່າ ມາຖ້າກວດຫວາ ລາວວ່າບໍ່ ລາວວ່າຍາງໄປກວດແລ້ວໝໍບອກໃຫ້ໄປ ສຸກເສີນຂ້ອຍວ່າ ເອື້ອຍມານັ້ງຖ້າພິກ່ອນກາໄດ້ ຂ້ອຍກະເລີຍຖາມວ່າ ເອື້ອຍເປັນຫຍັງ ລາວຕອບວ່າ ລູກລາວລົ້ມຫົວຟາດພື້ນ ສະໝອງຕາຍແຕ່ຟື້ນກັບມາໄດ້ ແລ້ວຕອນນີ້ ລູກລາວເມືອຍບໍ່ກິນເຂົ້າບໍ່ກິນນົມ

ຂ້ອຍກະຖາມອີກວ່າ ມານຳໃຜ ລາວຕອບວ່າມາຄົນດຽວ ລາວປົວລູກລາວດົນແລ້ວຍ້າຍມາໂຮງໝໍນີ້ເປັນໂຮງໝໍທີ່ 2 ແລ້ວ ເຮັດວຽກແມ່ບ້ານໄດ້ເງິນເດືອນກະມາປົວລູກໝົດ ຜົວກະປະ ໄປເອົາເມຍໃຫມ່

ຕອນນີ້ບໍ່ມີເງິນຈັກກີບຕິດໝີ້ໂຮງໝໍ 300.000 ປາຍແລ້ວ ສິໄປຕໍ່ຢາກະບໍ່ມີເງິນ ໝໍບອກໃຫ້ໄປ ຫ້ອງສຸກເສີນ ລາວບອກຂ້ອຍວ່າຍ້ານໝໍບໍ່ໃຫ້ຕິດອີກບອກວ່າຍາກໃສ່ນ້ຳໃຫ້ລູກ ລູກລາວເມືອຍທັງເວົ້າທັງໃຫ້ ດ້ວຍຄວາມຂ້ອຍຍາກຊ່ວຍແຕ່ຂ້ອຍກະບໍ່ມີເງີນຂ້ອຍໄປກົດເງິນ 150.000ກີບ ບອກໄປຕໍ່ຢາໃຫ້ລູກເດີ້

ທີ່ອອກມາເວົ້າຍ້ອນວ່າອີ່ໂຕນມະນຸດນຳກັນໃຜໃຈບຸນກະຊ່ວຍລາວແນ່ ລາວນອນຢູ່ສາລາໂຮງໝໍມະໂຮງສົດໄດ້ຫລາຍທິດແລ້ວ ກິນນ້ຳປະປາແທນເຂົ້າບາງມື້ກະໄດ້ກິນເຂົ້າຍ້ອນວ່າພີ່ນ້ອງທີ່ມາເຝົ້າຄົນເຈັບເອົາໃຫ້ກິນ ລາວບໍ່ມີພີ່ນ້ອງເລີຍຢູ່ນາ ລາວກະຄົນຕ່າງແຂວງທີ່ມາຊອກວຽກເຮັດ ຍາກກັບບ້ານແຕ່ຄິວລົດກາປິດ .
ທີ່ມາ
