ຂ່າວສານຫວຽດນາມລາຍງານວ່າ: ລັດຖະບານອົສຕຣາລີ ຈະໃຊ້ງົບປະມານ 3,4 ຕື້ໂດລາ ເຂົ້າໃນແຜນການຄວາມໝັ້ນຄົງທາງດ້ານເສດຖະກິດຂອງແມ່ຍິງ ເພື່ອເພີ່ມເງິນອຸດໜູນໃນດ້ານການເບິ່ງແຍງເດັກ, ຮັບປະກັນຄວາມປອດໄພ ແລະ ສຸມໃສ່ການນຳເອົາແມ່ຍິງ ກັບຄືນສູ່ກຳລັງແຮງງານ.

May be an image of one or more people

ຂ່າວລະບຸວ່າ: ລັດຖະບານອົສຕຣາລີ ໃຫ້ຄຳໝັ້ນສັນຍາຈະໃຊ້ງົບປະມານຫຼາຍຕື້ໂດລາອົສຕຣາລີເພື່ອຟື້ນຟູເສດຖະກິດທີ່ກຳລັງອ່ອນລົງ ຍ້ອນໂຣກລະບາດໂຄວິດ-19. ນີ້ເປັນການເຄື່ອນໄຫວທີ່ຄາດວ່າ: ຈະເຮັດໃຫ້ສະຖານະການການເງິນສາທາລະນະຂອງປະເທດ ຍັງສືບຕໍ່ຢູ່ໃນລະດັບເຕືອນໄພໃນອີກຫຼາຍປີຂ້າງໜ້າ.

ອົສຕຣາລີ ອາດປິດດ່ານເຂົ້າ - ອອກເມືອງ ຈົນໝົດປີນີ້ - Lanxang Media SOLE CO.,LTD

ພາຍໃຕ້ຄຳໝັ້ນສັນຍາຂ້າງເທິງນີ້, ລັດຖະບານອົສຕຣາລີ ຈະໃຊ້ງົບປະມານ 3,4 ຕື້ໂດລາອົສຕຣາລີ (ເທົ່າກັບ 2,6 ຕື້ໂດລາ) ເຂົ້າໃນແຜນການຄວາມໝັ້ນຄົງທາງດ້ານເສດຖະກິດ ສຳລັບແມ່ຍິງ ເພື່ອເພີ່ມເງິນອຸດໜູນໃນດ້ານການເບິ່ງແຍງເດັກ, ຮັບປະກັນຄວາມປອດໄພ ແລະ ສຸມໃສ່ການນຳເອົາແມ່ຍິງ ກັບຄືນສູ່ກຳລັງແຮງງານ. ນອກນີ້, ລັດຖະບານ ຍັງໄດ້ໃຊ້ງົບປະມານ 15,2 ຕື້ໂດລາ ອົສຕຣາລີ ເພື່ອລົງທຶນໃສ່ພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນທາງລົດໄຟ, ໂຄງການເສັ້ນທາງ ແລະ ສູນຂົນສົ່ງທີ່ສຳຄັນໃນເມືອງເມວເບີນ.

Leave a Reply

Your email address will not be published. Required fields are marked *