ຈາກການລາຍງານຂອງ ວຽງຈັນທາມ ແລະ ການຖະແຫຼງຂ່າວຂອງ ຄະນະສະເພາະກິດ ວັນທີ 16 ພຶດສະພາ 2021 ໃຫ້ຮູ້ວ່າ: ໃນການລະບາດຮອບ 2 ນີ້ ບາງບ້ານກໍ່ໄດ້ນໍາໃຊ້ມາດຕະການຢ່າງເຂັ້ມງວດ ຄື ຫ້າມຄົນເຂົ້າ-ອອກ ບ້ານໂດຍບໍ່ໄດ້ຮັບອານຸຍາດ ເປັນໄລຍະເວລາ 14 ວັນ, ມາດຕະການດັ່ງກ່າວເເມ່ນເພື່ອຢຸດຢັ້ງ ການແຜ່ລະບາດ ຈາກຄົນໜື່ງ ໄປສູ່ອີກຄົນໜຶ່ງ ແລະ ວິທີການດັ່ງກ່າວ ແມ່ນເຮັດໃຫ້ຄົນທີ່ ອາດຈະຖືເຊື້ອ ແຕ່ບໍ່ມີອາການ ບໍ່ສາມາດອອກໄປນອກບ້ານໄດ້ ແລະ ຫຼັງຈາກ 14 ວັນ ພູມປ້ອງກັນຂອງຮ່າງກາຍຄົນເຮົາກໍ່ສາມາດເອົາຊະນະກໍາຈັດເຊື້ອພະຍາດ COVID-19, ຖ້າໃນບ້ານດັ່ງກ່າວຫາກມີຜູ້ທີ່ເບື້ອງຕົ້ນບໍ່ມີອາການ ແຕ່ ຫຼັງຈາກພັກໜຶ່ງ ສະແດງອາການອອກເຊັ່ນ: ໄຂ້, ໄອ, ຈາມເຈັບຄໍ ຫຼື ຫາຍໃຈຍາກ ທີມເເພດພວກເຮົາ ກໍ່ຄືຄະນະສະເພາະກິດບ້ານກໍ່ສາມາດ ຮູ້ໄດ້ໄວ ເພືຶ່ອນໍາເອົາຜູ້ກ່ຽວໄປກວດຫາເຊື້ອ ແລະ ຖ້າພົບເຊື້ອກໍ່ໄປຮັບການປິ່ນປົວຕໍ່ໄປ,
ການປິດບ້ານ ຈະເຮັດໃຫ້ ຜູ້ຕິດເຊື້ອ ສາມາດແຜ່ເຊື້ອໃນວົງແຄບໃນຄອບຄົວເຂົາເຈົ້າເທົ່ານັ້ນ ຖ້າຫາກຄົນໃນຄອບຄົວບໍ່ມີມາດຕະການປ້ອງກັນຕົນເອງຕາມທີ່ໄດ້ແນະນໍາ, ສຸດທ້າຍ ຖ້າຜ່ານພົ້ນ 14 ວັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ໃນບ້ານ ກໍ່ສາມາດຄົ້ນຄວ້າຜ່ອນຄາຍມາດຕະການໄດ້. ທັງນີ້ທັງນັ້ນ ຖ້າປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດຄະນະບ້ານ ກໍ່ຕ້ອງຈັດຕັ້ງໜ່ວຍງານຮັບຜິດຊອບໃນການຊື້ ເຄື່ອງບໍລິໂພກ, ອຸປະໂພກ ຕາມການສັ່ງຂອງລູກບ້ານ.
ຂໍ້ມູນຈາກວຽງຈັນທາມ ລາຍຊື່ບ້ານທີ່ຈັດເປັນເຂດ ແດງປະກອບມີ: ບ້ານຝາຍ, ບ້ານໂພນໄຊ, ບ້ານດົງປາລານ, ບ້ານໜອງຈັນ ແລະ ບ້ານໂພນສິນວນ ທີ່ຂຶ້ນກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ນອກຈາກນີີ້, ກໍ່ຍັງມີບ້ານທີ່ຈັດເປັນເຂດເຫຼືອງ ປະກອບມີ ໂພນສະຫວັນເໜືອ, ເກົ້າຍອດ, ເພຍວັດ, ທາດຂາວ, ສາຍລົມ, ໂພນສະອາດ, ໜອງບອນ, ນາໄຊ ແລະ ສະພັງໝໍ້.
