ສຳນັກຂ່າວ ຊິນຫົວ ຂອງຈີນ,ວັນທີ15 ພຶດສະພານີ້, ພາຍຸ ທໍນາໂດ 2 ຫົວ ພັດເຂົ້າຈີນ ຢ່າງຮຸນແຮງ ຫົວທຳອິດ ພັດເຂົ້າ ເມືອງອູຮັ່ນ(Wuhan) ແຂວງຫູເປີຍ(hubei) ທາງພາກກາງຂອງຈີນ ແລະ ຫົວທີ່ສອງ ພັດເຂົ້າ ແຂວງຈຽນຊູ (Jiangsu)ເຮັດໃຫ້ມີ ຜູ້ເສຍຊີວິດ 12 ຄົນ ແລະ ບາດເຈັບເກືອບ 430ຄົນ ເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍ 150ກວ່າຫລັງ,ເສົາໄຟຟ້າຫັກລົງ ຫລາຍຕົ້ນ ລວມທັງ ໂຮງງານ ຫລາຍແຫ່ງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ.ຂະນະນີ້ ເຈົ້າໜ້າທີ່ ກູ້ໄພຂອງຈີນ ພວມເລັ່ງໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ຢ່າງຮີບດ່ວນ.ສ່ວນນະຄອນ ຊຽງໄຮ້ ທີ່ຢູ່ຫ່າງຈາກ ເມືອງຊູໂຈວ(Suzhou) ປະມານ 100 ແມັດ ເກີດພາຍຸຝົນ ຕົກຮຸນແຮງ ເຮັດໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ປະກາດ ເຕືອນໄພ ຈາກພາຍຸ.

.

.

.

.

ສະໄຫວ ລາດປາກດີຂປລ