ລາຍງານຈາກ ໜ່ວຍກູ້ໄພ 1623 ແລະ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ : ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ຮັບແຈ້ງເຫດມີໄຟໄໝ້ເຮືອນປະຊາຊົນ
ເວລາ 09:40 ວັນທີ 15 ພຶດສະພາ 2021, ຈຸດເກີດເຫດ ແມ່ນ ທີ່ ບ້ານສີບຸນເຮືອງທ່າ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ເຮືອນທີ່ໄມ້ເປັນເຮືອນ 2 ຊັ້ນ ທາງໜ່ວຍກູ້ໄພພ້ອມດ້ວຍຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໃຊ້ເວລາປະມານ 30ນາທີ ຈຶ່ງສາມາດຄວບຄຸມເພິງໄດ້ ( ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ ຢູ່ຊັ້ນທີ 2 ຂອງເຮືອນ ).

ເຫດການຄັ້ງນີ້ແມ່ນສ້າງຜົນເສຍຫາຍ 4 ຮ້ອຍກວ່າລ້ານກີບ ເຊິ່ງສາເຫດເກີດຈາກໄຟຟ້າລັດວົງຈອນ. ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ໃນເວລາ 9:40 ໂມງໄດ້ຮັບແຈ້ງວ່າມີໄຟໄໝ້ເຮືອນປະຊາຊົນຢູ່ບ້ານສີບຸນເຮືອງທ່າ ເມືຶອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຮີບຮ້ອນຈັດຕັ້ງກໍາລັງພ້ອມດ້ວຍພາຫະນະຈໍານວນ 3 ຄັນ. ລົງແກ້ໄຂເຫດການດັ່ງກ່າວ ໂດຍໃຊ້ເວລາດັບມອດ 30 ນາທີ ໃນການດັບມອດ ແລະ ສະກັດກັ້ນເຮືອນອອ້ມຂ້າງ.

ຜ່ານການເກັບກໍາຂໍ້ມູນຮູ້ໄດ້ວ່າ: ໄຟໄໝ້ຄັ້ງນີ້ແມ່ນເຮືອນຂອງ ທ້າວ ລັງກອນ ໄຊຍະວົງ ອາຍຸ 44 ປີ ອາຊີພະນັກງານ ເຮືອນຫຼັງດັ່ງກ່າວແມ່ນເຮືອນ 2 ຊັ້ນ, ຊັ້ນລຸ່ມກໍ່, ຊັ້ນເທີງແອ້ມດ້ວຍໄມ້ ມຸງສັງກະສີ ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນຢູ່ຊັ້ນ 2 ແລະ ເກີດແປວໄຟຢ່າງວ່ອງໄວ.

ເປັນອຸທາຫອນ ແກ່ທຸກທ່ານ ຕ້ອງໄດ້ໃສ່ໃຈ ກວດກາສາຍໄຟຟ້າ ຖ້າມັນເກົ່າ ຄວນປຶກສາ ພະນັກງານໄຟຟ້າ ແລະ ມີການປ່ຽນຖ່າຍ ເພື່ອຮັບປະກັນ ບໍ່ໃຫ້ເກີດໄຟຟ້າລັດວົງຈອນ ແລະ ເກີດອັກຄີໄພ.

  • ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
  • ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
  • ເລກບັນຊີ: 092-12-00-01026649-001 LAK

.

.

.

Leave a Reply

Your email address will not be published. Required fields are marked *