ໂຮງໝໍເສດຖາທິຣາດ ເອົາໃຈໃສ່ປິ່ນປົວຄົນເຈັບຕິດເຊື້ອໂຄວິດ-19 ຫາຍດີອອກໂຮງໝໍ

ທ່ານ ນາງ ຄຳຫຼ້າ ຈູມລີວົງ ຮອງຜູ້ອຳນວຍການໂຮງໝໍເສດຖາທິຣາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ ວັນທີ 13 ພຶດສະພາຜ່ານມາ ໃນລາຍການຮອບເມືອງເລື່ອງໂຄວິດ ທີ່ໂທລະພາບແຫ່ງຊາດ, ທ່ານກ່າວວ່າ: ນັບແຕ່ວັນທີ 24 ເມສາຜ່ານມາ ໂຮງໝໍເສດຖາທິຣາດ ໄດ້ຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວໃນ ໂຮງໝໍ 99 ຄົນ, ໃນວັນທີ 13 ພຶດສະພານີ້ ແພດໝໍໄດ້ສຳເລັດການປິ່ນປົວຫາຍດີອອກໂຮງໝໍ 11 ຄົນ, ໃນ ຈຳນວນດັ່ງກ່າວມີຜູ້ອາຍຸນ້ອຍສຸດ 7 ປີຊື່ ນາງ ພອນທິດາ ຜ່ານພູວົງ ບ້ານສ້າງເຫວີຍ ເມືອງຫາດຊາຍຟອງ ຊຶ່ງ ໄດ້ເກັບຕົວຢ່າງໃນວັນທີ 26 ເມສາ ກວດພົບເຊື້ອໃນວັນທີ 28 ເມສາ ເຂົ້າມານອນໂຮງໝໍໃນວັນດັ່ງກ່າວ, ໃນນັ້ນມີຜູ້ຕິດເຊື້ອອາຍຸ 90 ປີ ຊື່ແມ່ຕູ້ ລີທີຫວຽດ ສັນຊາດຫວຽດນາມ ບ້ານຢູ່ໂພນພະເນົາ ເມືອງໄຊເສດຖາ ເຂົ້ານອນໂຮງໝໍໃນວັນທີ 29 ເມສາ ບໍ່ມີອາການສະແດງ ແຕ່ກວດແລ້ວພົບເຊື້ອ ມີປະຫວັດເສັ້ນເລືອດຕີບ ຢູ່ສະ ໝອງ ເປັນຄວາມດັນ ກິນຢາເປັນປະຈຳ, ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍ ໃນວັນດຽວກັນ, ປັດຈຸບັນຍັງ ສືບຕໍ່ປິ່ນປົວ 13 ຄົນ.

ນັບຕັ້ງແຕ່ມີຄົນເຈັບຕິດເຊື້ອໂຄວິດ-19 ເຂົ້າມາ ພະນັກງານແພດໝໍໄດ້ສຸມໃສ່ເປັນພິເສດໃນການຕິດຕາມ ປິ່ນປົວຄົນເຈັບຈົນຫາຍດີອອກໂຮງໝໍໄປເປັນຈຳນວນຫຼາຍ ຊຶ່ງໃນເບື້ອງຕົ້ນທີ່ຄົນເຈັບເຂົ້າມາໃນໂຮງໝໍພວກເຮົາ ໄດ້ເຮັດໜ້າທີ່ໃນການກັ່ນກອງ, ມີການສອບຖາມປະຫວັດຄົນເຈັບ, ແຍກປະເພດຄົນເຈັບ, ຖ້າຄົນເຈັບເຂົ້າ ນິຍາມກໍລະນີສົງໄສໄດ້ແນະນໍາໄປສະຖານທີ່ເກັບຕົວຢ່າງ ຖ້າຜົນກວດອອກມາເປັນລົບໄດ້ແນະນໍາຄົນເຈັບກັກໂຕ ຢູ່ເຮືອນເປັນເວລາ 14 ວັນ, ເມື່ອຜົນກວດອອກມາເປັນບວກແມ່ນໄດ້ນໍາເຂົ້າປິ່ນປົວ, ສຳລັບທີມແພດພວກ ເຮົາໄດ້ມີການກະກຽມຮອງຮັບ ຊຶ່ງໄດ້ແບ່ງອອກເປັນ 4 ທີມໝູນວຽນກັນເຮັດວຽກ ພ້ອມກຽມທີມສຸກເສີນ ເຂົ້າຊ່ວຍໃນກໍລະນີຈຳເປັນ ເພື່ອຮັບປະກັນມາດຕະການຄວາມປອດໄພຂອງແພດໝໍ ແລະ ຄວາມປອດໄພຂອງ ຄົນເຈັບ. ທັງນີ້ໄດ້ແນະນຳວິທີປ້ອງກັນຕົນເອງໃຫ້ຄວາມຮູ້ແກ່ຄົນເຈັບ, ພ້ອມດຽວກັນນີ້ຍັງເອົາບັນຫາທີ່ພົບຕົວ ຈິງໄປປະຊຸມແລກປ່ຽນຄຳຄິດຄຳເຫັນປຶກສາຫາລືເພື່ອນໍາໄປປິ່ນປົວຄົນເຈັບ, ທາງໂຮງໝໍບໍ່ພຽງເຮັດໜ້າທີ່ປິ່ນປົວ ຄົນເຈັບຜູ້ຕິດເຊື້ອຍັງບໍລິການສັກວັກຊິນປ້ອງກັນພະຍາດ, ເພື່ອຫຼຸດຜ່ອນຄວາມຮ້າຍແຮງໃນການຕິດເຊື້ອ ພ້ອມ ນັ້ນຍັງມີລະບົບເຝົ້າລະວັງ ມີມາດຕະການກຽມພ້ອມປ້ອງກັນຕົນເອງດີທີ່ສຸດ ເພື່ອສະກັດກັ້ນການລະບາດບໍ່ໃຫ້ເຊື້ອ ແຜ່ລາມເປັນວົງກ້ວາງ.

ຂ່າວ-ພາບ: ພູວັນ – ໜັງສືພິມປະຊາຊົນ

Leave a Reply

Your email address will not be published. Required fields are marked *