ຂປລ.ຕາມຂ່າວຈາກ ເຈນີວາ,ວັນທີ12ພຶດສະພາ, ອົງການ ອະນາໄມໂລກ ເປີດເຜີຍວ່າ:ເຊື້ອພະຍາດ ໂຄວິດ-19 ສາຍພັນ B.1.617 ທີ່ພົບ ການລະບາດ ຄັ້ງທຳອິດ ໃນອິນເດຍ ພວມແຜ່ລະບາດ ໃນ44ປະເທດ ຈາກ 6 ພາກພື້ນ ຂອງອົງການ ອະນາໄມໂລກ ໃນລະບົບ ຖານຂໍ້ມູນ ແບບເປີດ ຈີໂນມ (GISAID) ຂະນະທີ່ ອັງກິດ ເປັນປະເທດ ທີມີຍອດ ຜູ້ຕິດເຊື້ອ ໂຄວິດ-19ສາຍພັນນີ້ ຫລາຍທີ່ສຸດ ຮອງຈາກອິນເດຍ.

ໃນຮອບ24ຊົ່ວໂມງ ຜ່ານມາ ອິນເດຍ ມີຜູ້ເສຍຊີວິດ ຫລາຍທີ່ສຸດ ໃນປະຫວັດສາດ 4.205ຄົນ ເຮັດໃຫ ້ຍອດຜູ້ເສຍຊີວິດ ສະສົມ 254.197ຄົນ ແລະ ຕິດເຊື້ອ ສະສົມ 23 ລ້ານກວ່າຄົນ.

ຂ່າວໂດຍ ສະໄຫວ ລາດປາກດີ