ໃນວັນທີ່ 12.05.2021 ເວລາ 22:13 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດ ທີ່ເສັ້ນທາງ ບ້ານ ວັງເງິນ ນະຄອນຫລວງພະບາງ

.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບເພດຊາຍ01ຄົນ ອາການບາດເຈັບເບື້ອງຕົ້ນ:ຫົວແຕກທັງສອງເບື້ອງ, ມີບາດແຜຈີກໃຫ່ຍຢູ່ໜ້າຜາກ,ມີບາດແຜຈີກຢູ່ໂໜກແກ້ມເບື້ອງຊ້າຍ, ມີບາດແຜເຫລີ້ນຢູ່ແຂນ ແລະ ຫົວເຂົ່າເບື້ອງຊ້າຍ.

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວຫລວງພະບາງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໂຮງໝໍ ແຂວງຫຼວງພະບາງ.

.

.

.
