​ໃນວັນທີ 9 ພຶດສະພາຜ່ານ​ມານີ້, ໄດ້ເກີດລົມພາຍຸພັດຢູ່ບ້ານຫ້ວຍຫຼອດ ແລະ ບ້ານຫ້ວຍ ເປັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ເຮັດໃຫ້ເຮືອນຂອງປະຊາຊົນທັງສອງບ້ານ ເສຍຫາຍ 24 ຄອບຄົວ ລວມມູນຄ່າເສຍຫາຍທັງໝົດ 27.400.000 ກວ່າກີບ. ໃນນີ້, ບ້ານຫ້ວຍຫຼອດ ມີ 16 ຄອບຄົວ ແລະ ໂຮງຮຽນ 1 ແຫ່ງ ຊຶ່ງມີກະເບື້ອງເສຍຫາຍ 50 ກວ່າແຜ່ນ ມູນຄ່າ 1 ລ້ານກວ່າກີບ, ສັງກະສີ 150 ກວ່າແຜ່ນ ມູນຄ່າ 6 ລ້ານກວ່າກີບ, ກັນສາດໜ້າບ້ານຮື້ໝົດ ມູນຄ່າ 9 ແສນກວ່າກີບ ແລະ ໂຄງຫຼັງຄາໂຮງຮຽນຮື້ ມູນຄ່າ 5 ລ້ານກວ່າກີບ ລວມມູນຄ່າທັງໝົດ 13.700.000 ກວ່າກີບ.

May be an image of outdoors and tree

ສ່ວນບ້ານຫ້ວຍເປັດ 8 ຄອບຄົວ ແລະ ໂຮງຮຽນ 1 ແຫ່ງ ຊຶ່ງມີກະເບື້ອງເສຍຫາຍ 30 ກວ່າແຜ່ນ ມູນຄ່າ 9 ແສນກວ່າກີບ, ສັງກະສີ 140 ກວ່າແຜ່ນ ມູນຄ່າ 8 ລ້ານກວ່າກີບ, ໄມ້ແປຮູບ 100 ກວ່າໂຕ ມູນຄ່າ 3 ລ້ານກວ່າກີບ ແລະ ໂຄງຫຼັງຄາໂຮງຮຽນຮື້ ມູນຄ່າ 1 ລ້ານກວ່າກີບ ລວມມູນຄ່າ ທັງໝົດ 13.700.000 ກວ່າກີບ.

May be an image of outdoors

ຕໍ່ກັບຜົນເສຍຫາຍດັ່ງກ່າວຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລາຍ ງານໃຫ້ເມືອງ ແລະ ແຂວງໄດ້ຮັບຮູ້ແລ້ວ ເພື່ອຫາທາງຊ່ວຍເຫຼືອໃນຂັ້ນຕອນຕໍ່ໄປ.

(ຂ່າວ-ພາບ: ແກ່ນທ້າວ)

Leave a Reply

Your email address will not be published. Required fields are marked *