ຂປລ.ວັນທີ11ພຶດສະພານີ້ ອົງການ ອະນາໄມໂລກ(WHO) ຖະແຫລງວ່າ: ເຊື້ອພະຍາດ ໂຄວິດ-19 ສາຍພັນ ອິນເດຍ ( B.1.617)ໄດ້ຖືກຈັດ ໃຫ້ເປັນ ເຊື້ອພະຍາດ ສາຍພັນໃໝ່ ກາຍເປັນ ໄພຂົ່ມຂູ່ ຕໍ່ສຸຂະພາບ ໃນລະດັບໂລກ ເນື່ອງຈາກ ມີການແຜ່ລະບາດ ໄດ້ໄວຂຶ້ນກວ່າເກົ່າ,ຮຸນແຮງ ແລະ ມີຫລັກຖານວ່າ ເຊື້ອພະຍາດ ສາມາດ ຫລີກລ້ຽງ ຕໍ່ການສັກ ວັກຊິນ ປ້ອງກັນໂຄວິດ-19ໄດ້ ສົ່ງຜົນໃຫ້ເປັນ ສາຍພັນໜຶ່ງ ທີ່ໜ້າສົນໃຈ

ເນື່ອງຈາກ ຈຳເປັນຕ້ອງ ມີການສຶກສາ ຫລາຍຂຶ້ນ ເພື່ອໃຫ້ເຂົ້າໃຈ ເຊື້ອພະຍາດ ດັ່ງກ່າວ ໄດ້ຢ່າງສົມບູນ.ນອກນີ້ ອົງການ ອະນາໄມໂລກ ຍັງລະບຸຕື່ມວ່າ: ໂຄວິດ-19 ຈຳນວນ 3 ສາຍພັນ ກ່ອນໜ້ານີ້ ໄດ້ແກ່ ໂຄວິດ-19 ສາຍພັນ ອັງກິດ(B.1.1.7), ໂຄວິດ-19 ສາຍພັນ ອາຟຣິກາໃຕ້ (B.1.351) ແລະ ໂຄວິດ-19 ສາຍພັນ ບຣາຊິນ(P.1) ຍັງມີ ໂຄວິດ-19 ສາຍພັນອິນເດຍ (B.1.617)ທີ່ພວມ ແຜ່ລະບາດ ຮຸນແຮງ ແລະ ເປັນອັນຕະລາຍ ຫລາຍທີ່ສຸດ ໃນຂະນະນີ້.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ