ນອກຈາກ ຮອ ພູໃສ ສີສະຫວັນ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ຍັງລົງດາບ ປົດໜ້າທີ່ ຮທ ສອນອາໄລ ໂພທິລາດ. ຕາມຂໍ້ຕົກລົງຂ້າງລຸ່ມ.

ຂໍ້ມູນທາງການ “ວັນທີ 10 ພຶດສະພາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຜ່ານມະຕິການປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ.”

ປະທານກອງປະຊຸມໂດຍ ທ່ານ ພັອ ສົມໝາຍພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ປກສເມືອງ ສອງຄອນ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ,

ທ່ານ ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 825/ປກສ ລົງວັນທີ 07 ພຶດສະພາ 2021,

ປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂື້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງປະຕິບັດວິໄນ ຮອ ພູໃສ ສີສະຫວັນ ອາຍຸ 34 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ຫ້ອງການຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,

ຍ້ອນມີການລະເມີດລະບຽບກົດໝາຍ ວ່າດ້ວຍກໍາລັງ ປກສ ພາກທີ V ມາດຕາ 39 ຂໍ້ 01 ແລະ ຂໍ້ຫ້າມນາຍ ແລະ ພົນຕໍາຫຼວດ ມາດຕາ 06 ຂໍ້ 5,

ເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ້ອນ, ພັກເຊົ່າ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອານຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ,

ຜູ້ກ່ຽວ ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ, ເຊິ່ງເປັນສາເຫດໃຫ້ມີການແພ່ລະບາດ ເຊື້ອພະຍາດໂວິດ 19 (COVID-19) ຢູ່ໃນ ສປປລາວ ໃນປະຈຸບັນ,

ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວພົວພັນການຫຼິ້ນການພະນັ້ນເຖື່ອນ, ພົວພັນຊື້-ຂາຍຊັບຜິດກົດຫມາຍ (ຄ້າ-ຂາຍເຖື່ອນ),

ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1375/ກມປສ ລົງວັນທີ 07 ພຶດສະພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕຳຫຼວດ ທີ່ຂື້ນກັບ ກອງບັນຊາການ ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ,

ຕົກລົງປະຕິບັດວິໄນທ່ານ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ, ໜ້າທີ່ຮັບຜິດຊອບວິຊາການ ສັງກັດຢູ່ກອງບັນຊາການ ປກສ ເມຶອງສອງຄອນ, ຂື້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ,

ຍ້ອນມີການກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 08 ແລະ ປະມວນກົດໝາຍອາຍາ ມາດຕາ 141, 244,

ຜູ້ກ່ຽວສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກຸ່ມແກ້ງຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ ເຖື່ອນ, ຄ້າ-ຂາຍເຖື່ອນ ແລະ ຂາດສະຕິຕໍ່ການຈັດຕັ້ງ,

ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດ ເຊື້ອພະຍາດໂຄວິດ 19 (COVID-19) ຢູ່ໃນ ສປປລາວ ໃນປະຈຸບັນ,

ປະຕິບັດວິໄນ ຮອ ພູໃສ ສີສະຫວັນ ແລະ ຮທ ສອນອາໄລ ໂພທິລາດອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ,ນະໂຍບາຍໃດໆ,

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຕ້ອງກັບກູ້ຊັ້ນ, ເຄື່ອງແບບ, ໝວກ, ອາວຸດ ແລະ ເຄື່ອງໝາຍຕ່າງໆ ຂອງກໍາລັງປ້ອງກັນຄວາມສະຫງົບ ນໍາຜູ້ກ່ຽວເພື່ອສົ່ງຄືນໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ,

ຜູ້ທີ່ຖືກປະຕິບັດວິໄນ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງຖືກຕ້ອງ ເຂັ້ມງວດ, ພາຍໃນ 30 ວັນ ແລ້ວລາຍງານຄື້ນໃຫ້ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຮັບຊາບ.

ຮທ ສອນອາໄລ ໂພທິລາດ: ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັນຢູ່ ກອງບັນຊາການ ປກສ ເມືອງສອງຄອນ ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ບ້ານຢູ່ປະຈຸບັນ ບ້ານໂນນສະຫວ່າງ ເມືອງສອນຄອນ ແຂວງສະຫວັນນະເຂດ

ຂ່າວກ່ອນໜ້ານີ້

ຂ່າວດ່ວນ ເຮ້ຍ ຕື້ (ຕຳຫຼວດສະຫວັນນະເຂດ) ຖືກໄລ່ອອກການແລ້ວ

ວັນທີ 07 ພຶດສະພາ 2021 ລັເຖະມົນຕີປ້ອງກັນຄວາມສະຫງົບ ອອກຂໍຕົກລົງສະບັບເລກທີ 825/ປກສ ວ່າດ້ວຍການປະຕິບັດວິໃນ ນາຍຕຳຫຼວດ

  • ມາດຕາ 1 ປະຕິບັດວິໃນ ຮອ ພູໃສ ສີສະຫວັນ ດ້ວຍຄວາມຜິດຫຼາຍກະໂທງ ຕາມລາຍລະອຽດຕ່າງໆລຸ່ມນີ້
  • ມາດຕາ 2 ໃຫ້ ຮອ ພູໃສ ສີສະຫວັນ ອອກຈາກກຳລັງ ປກສ ໂດຍບໍ່ໄດ້ຮັບອຸດໜູນໃດໆທັງສິ້ນ
  • ມາດຕາ 3 ປກສ ແຂວງສະຫວັນນະເຂດ ຈົ່ງຮັບຮູ້ແລະປະຕິບັດພາຍໃນ 30 ວັນ
  • ມາດຕາ 4 ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ຮອ ພູໃສ ສີສະຫວັນ (ຕື້) ອາຍຸ34 ປີ ຫນ້າທີຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງການຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຈຸບັນຢູ່ບ້ານລາດຊະວົງໄຊ , ນະຄອນໄກສອນພົນວິຫານ , ແຂວງສະຫວັນນະເຂດຄົນທີ.

Leave a Reply

Your email address will not be published. Required fields are marked *