ຂໍ້ມູນຈາກ ຂ່າວສານປະເທດລາວ ແລະ CRI ໃຫ້ຮູ້ວ່າ ລັດຖະບານຈີນມອບເຄື່ອງມືການແພດຕ້ານໂຄວິດ-19 ໃຫ້ ສປປ ລາວ​ ອີກ​ ມູນຄ່າ​ 15​ ຕື້ກວ່າກີບລັດຖະບານ ແຫ່ງ ສປ ຈີນ ໄດ້ສືບຕໍ່ ມອບອຸປະກອນ ແລະ ເຄື່ອງມືການແພດ ຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ເຊິ່ງພິທີ ມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 10 ພຶດສະພາ 2021 ນີ້, ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ທ່ານ​ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ອຸປະກອນ ແລະ ເຄື່ອງມືການແພດ ທີ່ນຳມາມອບໃຫ້ໃນຄັ້ງນີ້, ປະກອບມີເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອຸປະກອນອື່ນໆ ລວມມູນຄ່າ 10 ລ້ານຢວນ ຫລື ປະມານ 15,5 ຕື້ກີບ.

ລັດຖະບານ ແຫ່ງ ສປ ຈີນ ໄດ້ສືບຕໍ່ ມອບອຸປະກອນ ແລະ ເຄື່ອງມືການແພດ ຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ເຊິ່ງພິທີ ມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 10 ພຶດສະພາ 2021 ນີ້, ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ອຸປະກອນ ແລະ ເຄື່ອງມືການແພດ ທີ່ນຳມາມອບໃຫ້ໃນຄັ້ງນີ້, ປະກອບມີເຄື່ອງຊ່ວຍຫາຍໃຈ, ນໍ້າຢາຂ້າເຊື້ອ, ຜ້າອັດປາກການແພດ, ຖົງມື, ຊຸດປ້ອງກັນການແພດ, ອຸປະກອນກວດຫາເຊື້ອພະຍາດໂຄວິດ-19 ແລະ ອຸປະກອນອື່ນໆ ລວມມູນຄ່າ 10 ລ້ານຢວນ ຫລື ປະມານ 15,5 ຕື້ກີບ.

ກ່ອນໜ້ານີ້, ໃນວັນທີ 4 ພຶດສະພາ 2021, ລັດຖະບານ ແຫ່ງ ສປ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານແພດໝໍຈາກແຂວງຢຸນນານ ຈໍານວນ 25 ຄົນ ເພື່ອມາຊ່ວຍເຫລືອຄະນະທີມແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ລວມທັງຍົກລະດັບດ້ານວິຊາການໃຫ້ແກ່ແພດໝໍຂອງລາວ ເພື່ອເພີ່ມຄວາມສາມາດໃນການຮັບມືກັບພະຍາດ ໂຄວິດ-19 ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອຢ່າງທັນການ ໃນການສະກັດກັ້ນການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ກໍຄືຄັ້ງຜ່ານໆມາ, ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ.

ພ້ອມກັນນີ້, ຍັງສະແດງເຖິງຄວາມເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ,ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຢ່າງແທ້ຈິງ, ເຊິ່ງນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ປີ 2021 ອີກດ້ວຍ.

ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງລົ້ນເຫລືອ ໂດຍຜ່ານ ທ່ານທູດ ຈ່ຽງ ຈາຍຕຸ່ງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວ ລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫລືອແກ່ລັດຖະບານ ກໍຄື ປະຊາຊົນລາວ ຢ່າງຈິງໃຈໂດຍຕະຫລອດມາ ແລະ ຈະນໍາໃຊ້ການຊ່ວຍເຫລືອດັ່ງກ່າວນີ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ພ້ອມທັງເຊື່ອໝັ້ນວ່າ ການຊ່ວຍເຫລືອຂອງສະຫາຍຈີນອ້າຍນ້ອງໃນຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ພວມແຜ່ຂະ ຫຍາຍໄປສູ່ວົງກວ້າງຢູ່ຊຸມຊົນຢູ່ໃນປັດຈຸບັນ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ແລະ ບັນດາເມືອງໃນຫລາຍແຂວງທົ່ວປະເທດນັ້ນ ຈະຖືກຈຳກັດລົງຢ່າງແນ່ນອນ.

Leave a Reply

Your email address will not be published. Required fields are marked *