ຈາກກໍລະນີ ຄລິບ ແຊ ຜ່ານສື່ອອນລາຍ ທີ່ມີຊາຍ ມັດເດັກນ້ອຍແລ້ວຕີ, ໄດ້ຖືກສັງຄົມ ວິພາກວິຈາກ ເຖິງ ຄວາມບໍ່ເໝາະສົມ ແລະ ເປັນການລະເມີດສິດທິເດັກ.

ຈາກຂໍ້ມູນ ຂອງເຈົ້າໜ້າທີ່ ເຫດດັ່ງກ່າວ ແມ່ນເກີດ ຄືນວັນທີ 6 ພຶດສະພາ 2021, ທີ່ ສວຍກ້ວຍ, ບ້ານໂພນໄຊ, ເມືອງຮຸນ, ແຂວງອຸດົມໄຊ.

ຈາກການສືບສວນ, ແມ່ນ ເດັກນ້ອຍຊາຍ ອາຍຸ 14 ປີ ໄດ້ເຂົ້າມາ ທີ່ພັກຂອງຄົນສວນ ປະມານ 23:30 ຄືນວັນທີ 6 ພຶດສະພາ 2021, ຫວັງຈະມາລັກເຄື່ອງ, ແຕ່ຖືກຈັບ. ດ້ວຍຄວາມໃຈຮ້າຍ, ຊາຍຄົນດັ່ງກ່າວ ຈິາງໄດ້ມັດ ຜູ່ກ່ຽວ ແລະ ໃຊ້ດົ້ນຟືນ ຕີກົ້ນຫຼາຍບາດ.

ເຖິງຢ່າງໃດກໍ່ດີ, ການກະທໍາດັ່ງກ່າວແມ່ນ ບໍ່ຖືກຕ້ອງ ແລະ ເປັນການໃຊ້ຄວາມຮຸນແຮງແກ່ເດັກ. ທາງເຈົ້າໜ້າທີ່ ຈິ່ງໄດ້ກັກຕົວ ຜູ່ກະທໍາຜິດ ມາ ສຶກສາອົບຮົມ, ພ້ອມນີ້ ກໍ່ໄດ້ ແນະນໍາ ໃຫ້ຜູ່ປົກຄອງ ເດັກ ໄດ້ເບິ່ງແຍງລູກຫຼານ ບໍ່ໃຫ້ກໍ່ເຫດລັກເຄື່ອງຂອງ.

Leave a Reply

Your email address will not be published. Required fields are marked *