ບໍລິຄໍາໄຊ: ລາຍງານຈາກ ເຈົ້າໜ້າທີ່ໃຫ້ຮູ້ວ່າ ແມ່ເກີດລູກ ແລ້ວ ຂ້າລູກເສຍຊີວິດ ໂດຍການເອົາສາຍແຮ່ຮັດຄໍລູກຈົນຕາຍແລ້ວເອົາໄປຖີ້ມລົງຂຸມ, ຈຸດເກີດເຫດ ແມ່ນທີ່ສູນກັກໂຕ ໂຮງຮຽນ ມ ສ ທ່າພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ເຊິ່ງເຈົ້າໜ້າທີ່ ຄາດວ່າ ເດັກນ້ອຍ ແມ່ນເກີດຄືນ ວັນທີ 9 ພຶດສະພາ 2021, ແລະ ໄດ້ພົບ ສົບເດັກນ້ອຍ ເວລາປະມານ 9:00 ພົບສົບເດັກນ້ອຍໃນວັນທີ 10 ພຶດສະພາ 2021, ສ່ວນແມ່ແມ່ນຍັງບໍ່ຍອມຮັບວ່າເປັນລູກເຈົ້າຂອງ.

ເດັກນ້ອຍທີ່ເສຍຊີວິດ ແມ່ນເພດຊາຍ ນໍ້າໜັກ ປະມານ 3 ກິໂລ.
ຊິ່ງຜູ່ກ່ຽວ ແມ່ນແມ່ມານ ທີ່ກັກຕົວ ໃນສູນ ດັ່ງກ່າວ. ທາງເຈົ້າໜ້າທີ່ກຽວຂ້ອງ ຈະດໍາເນີນການກວດສອບຕາມຂັ້ນຕອນກົດໝາຍຕໍ່ໄປ. ເສຍໃຈກັບເຫດການຄັ້ງນີ້.