ໃນວັນທີ 6 ພຶດສະພາ 2021, ເວລາ 17ໂມງ 00ນາທີ ມີພົນລະເມືອງດີໄດ້ແຈ້ງມາທາງຂໍ້ ຄວາມອິນບ໋ອກເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ວ່າ: ມີກຸ່ມຂີ່ລົດຢູ່ຖະໜົນຂອບເຂດບຶງທາດຫຼວງ ເມືອງໄຊເສດຖາ ນວ; ກອງບັນຊາການ ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ກອງພັນປ້ອງກັນເຄື່ອນທີ່ ປກສ ນວ, ໃນວັນດຽວກັນ ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນວ ຈັດຕັ້ງກຳລັງອອກເພື່ອຕິດຕາມ ລົງແກ້ໄຂພົບເຫັນໄວລຸ້ນຈຳນວນໜຶ່ງຈອດລົດຈັກທີ່ດັດແປງສະພາບເຕັກນິກຢູ່ເປັນກຸ່ມ, ກຸ່ມລະ 5-7 ຄົນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຄຸມຕົວໄດ້ທັງໝົດ 7 ຄົນ, ພ້ອມລົດຈັກ 7 ຄັນ ແລ້ວນຳເຂົ້າມາໄວ້ຢູ່ກອງພັນປ້ອງກັນເຄື່ອນທີ່, ສ່ວນຜູ້ຂັບຂີ່ລົດຈັກຈຳນວນດັ່ງກ່າວແມ່ນມອບໃຫ້ຜູ້ປົກຄອງໄປສຶກສາອົບຮົມກ່ອນ, ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ ເບົາບາງລົງເຈົ້າໜ້າທີ່ຈະໄດ້ເຊີນພວກກ່ຽວພ້ອມຜູ້ປົກຄອງມາສຶກສາອົບຮົມ ແລະ ແກ້ໄຂ.

.

.

ບັນຫາກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງເປັນສາເຫດໜຶ່ງທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເກີດຜົນເສຍຫາຍທາງດ້ານຊັບສິນ ແລະ ຊີວິດ. ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ຕິດຕາມ ແລະ ສຶກສາອົບຮົມລູກຫຼານຂອງຕົນເອງບໍ່ໃຫ້ໄປເຄື່ອນໄຫວໃນທາງທີ່ບໍ່ດີ, ຮຽກຮ້ອງມາຍັງຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຂອງຕົນຊ່ວຍເຈົ້າໜ້າທີ່ ພົບເຫັນການເຄື່ອນໄຫວທີ່ຈະອັນນຳໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ທີ່ຢູ່ໃກ້ທ່ານ ແລະ ສາມາດລາຍງານມາຊ່ອງທາງ ເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

.
