ຈາກກການລາຍງານຂອງເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ທ່າປາງທອງ ໄດ້ໃຫ້ຮູ້ວ່າ : ໃນຄັ້ງວັນທີ20 ເມສາ 2021 ເວລາ 09 ໂມງ 20 ນາທີ ໜ່ວຍງານສະກັດກັ້ນ ແລະ ຕ້ານ ຢ ເ ສ ບ ຕິ ດ ປກສ ເມືອງ ທ່າປາງທອງ ໄດ້ກັກຕົວເປົ້າໝາຍຄ້າ-ຂາຍ ຢ ເ ສ ບ ຕິ ດ ຢູ່ ບ້ານ ລະວາງໃຫຍ່ ເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ 01 ຄົນ ຊື່ ທ້າວ ຫຼວງສີ ວົງແສງ ອາຍຸ 35 ປີ, ອາຊີບເຮັດນາ ບ້ານ ລະວາງໃຫຍ່ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ພ້ອມ ຢ ຈໍານວນ 198 ເ ມັ ດ (ໜຶ່ງຮ້ອຍເກົ້າສິບແປດເມັດ), ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ວິຊາສະເພາະ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຢ ຈໍານວນ 198 ເມັດ (ໜຶ່ງຮ້ອຍແປດສິບເກົ້າເມັດ) ທີ່ເຈົ້າໜ້າທີ່ກວດພົບຢູ່ໃນຖົງເສື້ອເບື້ອງຊ້າຍທີ່ຜູ້ກ່ຽວນຸ່ງ ແມ່ນຢາບ້າຂອງຜູ້ກ່ຽວເຊິ່ງມີໄວ້ຄອບຄອງເພື່ອຂາຍ ແລະ ເສບເອງ, ໄດ້ຊື້ມາຈາກ ທ້າວ ກ ( ນາມສົມມຸດ ) ອາຍຸ 50 ປີ, ອາຊີບເຮັດນາ ບ້ານ ໂພສີ ເມືອງ ພີນ ແຂວງ ສະຫວັນນະເຂດ ໃນຄັ້ງວັນທີ 19 ເມສາ 2021 ເວລາປະມານ 17 ໂມງ, ລາຄາຖົງລະ 520,000 ກີບ (ຫ້າແສນຊາວພັນກີບ) ເພື່ອຈະເອົາມາຂາຍຍ່ອຍໃຫ້ໄວລຸ້ນທົ່ວໄປທີ່ຕ້ອງການຊື້ ລາຄາເມັດລະ 10,000 ກີບ (ສິບພັນກີບ).

ແລະ ມາໃນຄັ້ງວັນທີ 29 ເມສາ 2021 ເວລາ 07 ໂມງ 20 ນາທີ ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ບ້ານ ບຸດຕະພານ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ 01 ຄົນ ຊື່ ທ້າວ ໂອເລ້ ອາຍຸ 24 ປີ, ອາຊີບເຮັດນາ ບ້ານກຸດຮີ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ ພ້ອມ ຢ ຈໍານວນ 69 ເມັດ (ຫົກສິບເກົ້າເມັດ), ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ວິຊາສະເພາະ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຢ ຈໍານວນ 69 ເມັດ (ຫົກສິບເກົ້າເມັດ) ທີ່ເຈົ້າໜ້າທີ່ກວດພົບຢູ່ໃນຖົງເສື້ອທີ່ຜູ້ກ່ຽວນຸ່ງ ແມ່ນ ຢ ຂອງຜູ້ກ່ຽວເຊິ່ງມີໄວ້ຄອບຄອງເພື່ອຂາຍ ແລະ ເ ສ ບເອງ, ໄດ້ຊື້ນຳຊາຍບໍ່ຮູ້ຊື່, ບໍ່ຮູ້ບ້ານ ແຕ່ເປັນຄົນ ເມືອງ ສອງຄອນ ແຂວງສະຫວັນນະເຂດ ທີ່ມາສົ່ງໃຫ້ໃນຄັ້ງວັນທີ 14 ເມສາ 2021 ເບື້ອງຕົ້ນມີ ຈຳນວນ 01 ຖົງ, ລາຄາຖົງລະ 700,000 ກີບ (ເຈັດແສນກີບ) ເພື່ອມາຂາຍຍ່ອຍໃຫ້ໄວລຸ້ນທົ່ວໄປທີ່ຕ້ອງການຊື້ ລາຄາເມັດລະ 10,000 ກີບ (ສິບພັນກີບ) ແລະ ເ ສ ບເອງຄັ້ງລະ 02 ຫາ 05 ເມັດ. ສະນັ້ນ, ກອງບັນຊາການ ປກສ ເມືອງ ທ່າປາງທອງ ຈຶ່ງໄດ້ນຳພວກກ່ຽວທັງ 02 ຄົນ ເພື່ອດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.
