ວັນທີ 7 ພຶດສະພາ 2021 ທີ່ສະຖານທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ນໍາເອົາ ເງິນ ແລະອຸປະກອນການແພດ ຈາກລັດຖະບານ, ພາກເອກະຊົນ ແລະປະຊາຊົນໄທ ມູນຄ່າ 16 ລ້ານກວ່າບາດ ເພື່ອຊ່ວຍເຫລືອ ລັດຖະບານ ແລະປະຊາຊົນລາວ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ19ຢູ່ລາວ, ກ່າວມອບເຄື່ອງຊ່ວຍເຫລືອຄັ້ງນີ້ໂດຍ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ແຫ່ງຣາຊະອານຈັກໄທ ປະຈຳ ສປປ ລາວ ເແລະກ່າວຮັບໂດຍ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ , ຮອງຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 .ເຄື່ອງຊ່ວຍເຫລືອນີ້ປະກອບມີ:

May be an image of 1 person, sitting and indoor

ລັດຖະບານໄທໃຫ້ການສະຫນັບສະຫນູນເງິນ ແລະ ອຸປະກອນທາງການແພດ ມູນຄ່າລວມ 12,880,000 ບາດ ໃນນັ້ນມີ ເງິນສົດ ຈຳນວນ 2,000,000 ບາດ, ຕຽງຄົນເຈັບ ຈໍານວນ 180 ຕຽງ, ຫນ້າກາກອະນາໄມ ຈໍານວນ 50,000 ອັນ, ຊຸດອຸປະກອນປ້ອງກັນຮ່າງກາຍສ່ວນບຸກຄົນ (Personal Protective Equipment: PPE) ພ້ອມອຸປະກອນປ້ອງກັນອື່ນໆ ຈຳນວນ 2,370 ອັນ, ຕູ້ຄວາມດັນບວກສຳລັບການກວດເຊື້ອເຄື່ອນທີ່ ຈຳນວນ 6 ຕູ້ ໂດຍໄດ້ມອບໃຫ້ໂຮງຫມໍແຂວງບໍ່ແກ້ວ.ນອກຈາກນີ້ ພາຍໃນເດືອນພຶດສະພາ 2021 ລັດຖະບານໄທຈະຈັດສົ່ງອຸປະກອນທາງການແພດເພີ່ມເຕີມອີກ ມູນຄ່າ 8,580,000 ບາດ ປະກອບດ້ວຍ : ຊຸດ PPEຈຳນວນ 2,000 ຊຸດ, ໂດຍຈະຕິດຕັ້ງ ເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ພ້ອມຊຸດກວດໂຄວິດ 19 ຈໍານວນ 2,500 ຊຸດໃຫ້ໂຮງຫມໍແຂວງບໍ່ແກ້ວ ແລະ ໂຮງຫມໍແຂວງໄຊຍະບູລີ, ໃຫ້ການຊ່ວຍເຫລືອອຸປະກອນທາງການແພດ ແກ່ໂຮງຫມໍແຂວງສະຫວັນນະເຂດ ເຊັ່ນ : ເຄື່ອງກະຕຸ້ນຫົວໃຈໄຟຟ້າ ຊະນິດອັດຕະໂນມັດ (Automated External Defibrillator: AED, ເຄື່ອງຕິດຕາມສັນຍານຊີບ (Patient MonitoringMachine), ເທີໂມມິເຕີ້ ຊິນິດອິນຟຣາເຣດ (Infrared Thermometer), ຊຸດປັບແຮງດັນອອກຊີເຈນ (Oxygen Regulator) ແລະ ເຄື່ອງແທກອອກຊີເຈນ (Pulse Oximeter), ພ້ອມທັງຈັດໂຄງການຄຳປຶກສາດ້ານການແພດທາງອອນໄລ ເພື່ອສົ່ງເສີມປະສິດທິພາບໃນການກວດຫາເຊື້ອ ແລະ ສົ່ງເສີມການຮ່ວມມືລະຫວ່າງໄທ-ລາວ ທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງທີ່ຕັ້ງຢູ່ໃນບໍລິເວນຊາຍແດນໄທ-ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19.ນອກຈາກນັ້ນສະມາຄົມໄທ-ລາວ ເພື່ອມິດຕະພາບ ສະຫນັບສະຫນູນຊຸດ PPE ຈຳນວນ 500 ຊຸດ ແລະ ຫນ້າກາກ N95 ຈໍານວນ 480 ອັນ ມູນຄ່າລວມ 100,000 ບາດ ໂດຍມອບຜ່ານສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ.

May be an image of 1 person, sitting, standing and indoor

ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ຮ່ວມກັບສະມາຄົມນັກທຸລະກິດໄທໃນ ສປປ ລາວ, ສະພາທຸລະກິດໄທ-ລາວ, ພາກເອກະຊົນໄທພ້ອມທັງປະຊາຊົນຊາວໄທທີ່ອາໄສຢູ່ໃນ ສປປ ລາວ ໄດ້ລະດົມເງິນ ແລະ ອຸປະກອນທາງການແພດທີ່ຈຳເປັນ ລວມມູນຄ່າປະມານ 3,460,000 ບາດ ຫຼື ປະມານ 1,000ລ້ານກີບ ເຊິ່ງຈະມອບໃຫ້ແກ່ລັດຖະບານ ສປປ ລາວ ໃນວັນທີ 12 ພຶດສະພາ 2021 ນີ້.ການມອບເງິນ ແລະ ອຸປະກອນການແພດຊ່ວຍເຫລືອ ສປປ ລາວ ຄັ້ງນິີ້ ເປັນການສະແດງເຖິງໄມຕີຈິດ ແລະ ຄວາມຫ່ວງໃຍຈາກພີ່ນ້ອງປະຊາຊົນໄທ ຕໍ່ປະຊາຊົນ ສປປ ລາວ ແລະ ເຊິ່ງສະແດງໃຫ້ເຫັນວ່າ ທຸກພາກສ່ວນຂອງໄທພ້ອມຈະສະຫນັບສະຫນູນ ແລະ ຮ່ວມກັບ ສປປ ລາວ ໃນຖານະປະເທດເພື່ອນບ້ານໃກ້ເຮືອນຄຽງໃນການຕໍ່ສູ້ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ19 ໃນຄັ້ງນີ້.

May be an image of 2 people, people standing and indoor

Leave a Reply

Your email address will not be published. Required fields are marked *