ສະບາຍດີຫມູ່ເພື່ອນຊາວເຟດບຸກທຸກຄົນ ນີ້ອາດເປັນຫລັກຖານຂັ້ນຕົ້ນ ທີ່ຂ້ອຍໄດ້ສະແດງຄວາມບໍລິສຸດຂອງຕົວເອງ

ຈາກເຫດການທີ່ເຟດບຸກຂອງຂ້ອຍ ຖືກຜູ້ບໍ່ຫວັງດີເອົາໄປຕັດຕໍ່ຂໍ້ຄວາມ ຈົນເຮັດໃຫ້ຂ້ອຍເສຍຫາຍ ພໍ່ແມ່ອ້າຍເອື້ອຍນ້ອງ ຕ້ອງເສຍຫນ້າເສຍຕາ ອັບອາຍ ຈົນເຮັດໃຫ້ສັງຄົມເຂົ້າໃຈຜິດດູຖູກດ່າປະຈານ ແຕ່ຂ້ອຍກໍ່ບໍ່ໄດ້ນິ່ງນອນໃຈ ໄດ້ປຶກສາກັບຜູ້ຮູ້ແລະໄດ້ໄປແຈ້ງຕໍ່ເຈົ້າຫນ້າທີ່ ນະຄອນບານ ນະຄອນຫລວງ ເພື່ອເປັນຫລັກຖານ ແລະດຳເນີນການກັບບຸກຄົນທີ່ຕັດຕໍ່ຂໍ້ຄວາມ ຂອງຂ້ອຍ ຈາກນີ້ໄປແມ່ນຂ້ອຍມອບໃຫ້ຕຳຫລວດດຳເນີນການຕາມກົດຫມາຍຂອງບ້ານເມືອງຕໍ່ໄປ ແລະຂ້ອຍເຊື່ອວ່າຕຳຫລວດລາວເກັ່ງ ຕ້ອງຈັບເອົາຄົນຜິດມາຮັບໂທດຈົນໄດ້

.

ຝາກເຖິງ ເພດ ເຟດ ແລະບຸກຄົນໃດ ທີ່ເຄີຍດ່າເຄີຍປ້ອຍ ດ່າຍາດຕິໂກໂຫຕິກາຂອງຂ້ອຍ ໂດຍຮູ້ເທົ່າບໍ່ເຖິງການ ຕັ້ງໃຈຫລືບໍ່ຕັ້ງໃຈກໍ່ຕາມ ເສບຂ່າວຕ້ອງເສບໃຫ້ມີສະຕິ ຢ່າຮ່າວໄດ້ຮ່າວດ່າ ຢ່າຢຽບເຂົາຈົມດິນ ໂດຍທີ່ພວກເຈົ້າບໍ່ຟັງຫນ້າຟັງຫລັງ ດູຖູກຢຽດຫຍາມເຂົາໂດຍທີ່ເຂົາບໍ່ໄດ້ເປັນຄົນຜິດ ກ່ອນສິຕັດສິນຄົນວ່າຜິດຫລືຊົ່ວ ຕ້ອງຖາມເບີ່ງຕົ້ນສາຍປາຍເຫດ ພິຈາລະນາ ມີສິຕິ ເບີ່ງເຫດແລະຜົນ

.

ບໍ່ແມ່ນສອນພວກເຈົ້າເດີ່ ຂ້ອຍເກີດມາແຕ່ນ້ອຍຈົນເຖົ້າຊຳ່ນີ້ນະ ແລະອາຊີບກະເປັນແມ່ຄ້າອອນລາຍຂາຍກະເປົາມາ 6-7 ປີມາລະ ບໍ່ເຄີຍເຈີບັນຫາແບບນີ້ ແລະບໍ່ເຄີຍມີຈິດໃຈສິແບ່ງແຍກ ດູຖູກຊົນເຜົ່າຢ່າງເດັດຂາດ ຂ້ອຍກໍ່ເປັນລູກຊາວໄຮ່ຊາວນາຫາເຊົ້າກິນຄຳ່ບໍ່ເຄີຍລືມກຳພືດຂອງເຈົ້າຂອງ

ເຈີບັນຫາແບບນີ້ ສອນໃຫ້ຂ້ອຍຮູ້ວ່າ ການສຶກສາ ຫລືລຳ່ລວຍ ຊຳ່ໃດ ກໍ່ບໍ່ບອກເຖິງຕົວຕົນ ຄຳເວົ້າອອກຈາກປາກຕ່າງຫາກ ທີ່ບົ່ງບອກເຖິງຕົວຕົນ ຂອງບຸກຄົນນັ້ນ

ແລະຂອບໃຈສຳຫລັບກຳລັງໃຈຂອງພີ່ໆນ້ອງໆລູກໆຫລານໆ ຫມູ່ເພື່ອນ ຄົນຮັກແພງ ທີ່ເຊື່ອໃນໂຕຂ້ອຍແລະໃຫ້ກຳລັງໃຈຢູ່ຄຽງຂ້າງຕະຫລອດມາ

ທີ່ມາ:

Leave a Reply

Your email address will not be published. Required fields are marked *