ໃນການເຄື່ອນໄຫວປະຕິບັດໜ້າວຽກງານ ກໍາລັງວິຊາສະເພາະຂອງກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງທ່າໂທມຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ, ພາຫະນະ,ເຄື່ອງຂອງທີ່ຜິດກົດໝາຍທຸກປະເພດ ແລະ ຄົນບໍ່ດີ ທີ່ມີການເຄື່ອນໄຫວພົວພັນເຖິງຄວາມບໍ່ສະຫງົບຢູ່ເມືອງທ່າໂທມ, ແຂວງໄຊສົມບູນ ເລີ່ມແຕ່ວັນທີ 8 ມີນາ 2021 ຫາ ວັນທີ 10 ເມສາ 2021 ຜ່ານການຈັດຕັ້ງປະຕິບັດ ຕັ້ງຈຸດກວດກາ, ພາຫະນະ, ຄົນເຂົ້າ-ອອກ ແລະ ເຄື່ອງຂອງຜິດກົດໝາຍທຸກປະເພດ ຈຶ່ງສາມາດຢຶດອາວຸດເສິກ, ອາວຸດລ່າເນື້ອ ແລະ ເຄື່ອງຂອງທີ່ຜິິດກົດໝາຍມາໄດ້ດັ່ງນີ້: ປື ນ AK ຈໍານວນ 01 ກະບອກ, C K C ຈໍານວນ 01 ກະບອກ, ປື ນກຼາບີ່ນ 01 ກະບອກ, ປື ນລູກຊອງ 04 ກະບອກ, ປື ນແວ່ງ 01 ກະບອກ, ປື ນລົມ 02 ກະບອກ, ປື ນແກັບ 30 ກະບອກ, ປື ນສັ້ນ 01 ກະບອກ, ໝໍ້ຊ໋ອດປາ 07 ເຄື່ອງ, ຈັກສະຕິ່ນ 07 ເຄື່ອງ ແລະ ອາວຸດມີຄົມຈຳນວນໜຶ່ງ(ສຳລັບຈັກສະຕິ່ນ 06 ເຄື່ອງແມ່ນປະໄວ້ຢູ່ກອງບັນຊາການ ປກສ ເມືອງທ່າໂທມ ເພື່ອລໍຖ້າບໍລິສັດເອົາເອກະສານມາຢັ້ງຢືນເອົາ ແລະ ໝໍ້ຊ໋ອດອີກ 02 ເຄື່ອງແມ່ນຍັງດໍາເນີນການສືບສວນ-ສອບສວນ.

May be an image of 2 people

ດັ່ງນັ້ນ, ມາໃນວັນທີ 4 ພຶດສະພາ 2021 ນີ້ ຫ້ອງວິຊາສະເພາະກໍໄດ້ນຳເອົາເຄື່ອງຈຳນວນດັ່ງກ່າວ ມາມອບໃຫ້ກອງບັນຊາການ ປກສ ແຂວງເພື່ອເກັບຮັກສາ ແລະ ຄຸ້ມຄອງໄວ້ ຕາງໜ້ານໍາມາມອບໃນຄັ້ງນີ້ໂດຍທ່ານ ພັທ ແກ້ວປະເສີດ ໄຊຍະສານ ຫົວກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ຕາງໜ້າຮັບໂດຍ ທ່ານ ພັທ ອິນປັນ ຍາດຕິວົງ ຮອງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມມີບັນບັນດາຫ້ອງວິຊາສະເພາະ ແລະ ວິຊາການທີ່ກ່ຽວຂ້ອງເປັນສັກຂີພະຍານ.

ຂ່າວ ປກສ ແຂວງໄຊສົມບູນ

Leave a Reply

Your email address will not be published. Required fields are marked *