ຈາກຂໍ້ມູນທີ່ສື່ສັງຄົມອອນລາຍ ໄດ້ນຳເອົາຄຣິບ ວ່າມີເຫດການຄົນໂດດຕຶກຈົບຊີວິດ ຢູ່ເຂດເສດຖະກິດ ສາມຫຼ່ຽມຄຳ ແຂງບໍ່ແກ້ວນັ້ນ ໄດ້ແຜ່ອອກໄປ ກໍ່ເຮັດໃຫ້ປະຊາຊົນທີ່ບໍ່ຮູ້ ຫຼົງເຊື່ອ ແລະ ຄິດວ່າແມ່ນຄວາມຈິງ. ດັ່ງນັ້ນຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ເຮັດໜັງສືລາຍງານຫຍໍ້ ເລກທີ 194/ຄຂສພ.ບກ, ລົງວັນທີ 6 ພຶດສະພາ 2021.ເລື່ອງ: ຂໍລາຍງານສະພາບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-I9 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

No photo description available.

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານ ກ່ຽວກັບຄລິບທີ່ລົງທາງສື່ອອນລາຍ ເຫດການ ຄົ້ນໂດດຕຶກ (ຂ້າຕົວຕາຍ) ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ມອບໃຫ້ເຈົ້າໜ້າທີ່ ປກຊ-ປກສ ລົງກວດກາຕົວຈິງ ສາມາດຢັ້ງຢືນໄດ້ວ່າ: ຄຣິບດັ່ງກ່າວບໍ່ໄດ້ເກີດຂຶ້ນ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ຕຶກດັ່ງກ່າວກໍບໍ່ໄດ້ມີຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

May be an image of outdoors

ຂໍ້ມູນທີ່ລົງທາງສື່ອອນລາຍນີ້ ເປັນການສ້າງຄວາມປັ່ນປວນ ແລະ ໃສ່ຮ້າຍປ້າຍສີໃຫ້ແກ່ເຂດຂອງພວກເຮົາ. ສະນັ້ນ ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງຂໍຢັ້ງຢືນອີກຄັ້ງ ຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.

May be an image of sky

ຂໍ້ມູນທີ່ລົງທາງສື່ອອນລາຍນີ້ ເປັນການສ້າງຄວາມປັ່ນປວນ ແລະ ໃສ່ຮ້າຍປ້າຍສີໃຫ້ແກ່ເຂດຂອງພວກເຮົາ. ສະນັ້ນ ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງຂໍຢັ້ງຢືນອີກຄັ້ງ ຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.

Leave a Reply

Your email address will not be published. Required fields are marked *