ແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ (ຫສນຍ) ເລກທີ 462/ຫສນຍ ລົງວັນທີ 5 ພຶດສະພາ 2021 ເລື່ອງ ທິດຊີ້ນໍາ ສືບຕໍ່ຈັດຕັ້ງ ປະຕິບັດ ຄໍາສັ່ງ ເລກທີ 15/ນຍ ລົງວັນທີ 21 ພຶດສະພາ 2021.

.

.

.
ນາຍົກລັດຖະມົນຕີ ເນັ້ນໃຫ້ທຸກພາກສ່ວນ ສືບຕໍ່ປະຕິບັດມາດຕະການຕ່າງໆໃຫ້ເຂັ້ມງວດ

ຂປລ. ໃນວັນທີ 5 ພຶດສະພາ 2021 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໂດຍທ່ານໄດ້ເນັ້ນໃຫ້ທຸກພາກສ່ວນ ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາຈຳນວນໜຶ່ງ ເປັນຕົ້ນ: ການຜັນຂະຫຍາຍຄຳສັ່ງ 15/ນຍ ຢູ່ບາງທ້ອງຖິ່ນ, ບາງຂັ້ນຍັງບໍ່ທັນຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ; ສະຕິຄວາມຮັບຜິດຊອບ ຂອງຄົນຈຳ ນວນໜຶ່ງຍັງບໍ່ທັນສູງ, ບາງບ່ອນ ບາງບຸກຄົນ ຍັງມີການລ່ວງລະເມີດ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ; ການວິເຄາະກວດຫາເຊື້ອ ສະຖານທີ່ປິ່ນປົວບາງບ່ອນຍັງຈໍາກັດ ຍັງບໍ່ທັນກັບສະພາບການ; ການໃຫ້ຂໍ້ມູນຂອງເປົ້າໝາຍກ່ຽວຂ້ອງ ທີ່ມີຄວາມສ່ຽງບໍ່ຊັດເຈນ ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວຫລ້າຊ້າ ແລະ ມີຄວາມສ່ຽງຕໍ່ການແຜ່ເຊື້ອຕໍ່; ຈຳນວນໜຶ່ງໃນເມື່ອກວດພົບເຊືຶ້ອແລ້ວ ບໍ່ຍອມປິ່ນປົວ, ຍັງເອົາຕົວລົບລີ້ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ວິຊາການ ກໍຄືສັງຄົມບໍ່ໜ້ອຍ ແລະ ກໍຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ ການແຜ່ເຊື້ອລະບາດຄືນໄດ້ງ່າຍ.
ຈາກສະພາບດັ່ງກ່າວ ແລະ ອີງຕາມການຕີລາຄາຂອງຄະນະສະເພາະກິດ, ເຖິງວ່າອັດຕາສ່ວນຈຳນວນຜູ້ຕິດເຊື້ອບາງເຂດ ໄດ້ມີທ່າອ່ຽງຫລຸດລົງກໍຕາມ, ແຕ່ປະເທດພວກເຮົາກໍຍັງບໍ່ທັນຫລຸດພົ້ນອອກຈາກຄວາມສ່ຽງໃນລະດັບແນ່ນອນໄດ້ເທື່ອ. ສະນັ້ນ, ໂດຍເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງ ສືບຕໍ່ປະຕິບັດມາດຕະການຕ່າງໆ ແຕ່ລະລະດັບ ຕາມຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງສະບັບເລກທີ 15/ນຍ, ຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ, ແຈ້ງການຂອງ ຫສນຍ ສະບັບເລກທີ 406/ຫສນຍ ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021 ໃນນີ້ ສຳລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆ ທີ່ແທດເໝາະ, ການຕັດສິນໃຈນີ້ ນອກຈາກຈະອີງໃສ່ຜົນຂອງການຈັດຕັ້ງປະຕິບັດທີ່ຜ່ານມານັ້ນ ລັດຖະ ບານຍັງໄດ້ຟັງຄວາມຄິດຄວາມເຫັນ ຄຳສະເໜີຂອງພໍ່ແມ່ພີ່ນ້ອງປະຊາຊົນ, ບົດຮຽນຂອງປະເທດເພື່ອນມິດ ແລະ ຂອງສາກົນ.
ລັດຖະບານຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າ ຈະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດປະຈຳວັນ, ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າໄປນຳກັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຄັ້ງນີ້ໃຫ້ໄດ້. ໃນໄລຍະທີ່ປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຈະພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ໄດ້ດຳລົງຊີວິດເປັນປົກກະຕິແບບໃໝ່ ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້, ໄປພ້ອມກັບການປັບປຸງບັນ ດານະໂຍບາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ. ແນ່ນອນວ່ານະໂຍບາຍເຫລົ່ານັ້ນ ຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງທຸກພາກສ່ວນກໍຄື ທຸກຄົນກໍຕາມ, ແຕ່ກໍເປັນຄວາມພະຍາຍາມ ຂອງລັດຖະບານ ໃນທ່າມກາງສະພາບທີ່ຫຍຸ້ງຍາກ ຄືຢູ່ໃນປັດຈຸບັນ.
ໃນໄລຍະປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນ ດ້ານມາດຕະການທາງການແພດ, ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນ ໄປຄວບຄູ່ກັນ. ຖ້າຢູ່ທ້ອງຖິ່ນໃດ ຫາກສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນ ພິຈາລະນາ ແລະ ອອກມາດຕະການຜ່ອນ ຄາຍຕາມຄວາມເໝາະສົມ, ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ, ທ້ອງຖິ່ນໃດຫາກມີການລະບາດເພີ່ມຂຶ້ນ ກໍຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.
ໂອກາດນີ້, ທ່ານ ພັນຄຳ ວິພາວັນ ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງປະຊາຊົນ ຕະຫລອດຮອດພະນັກງານ, ທະຫານ ຕຳຫລວດ ທຸກຖ້ວນໜ້າ ຈົ່ງເຊີດຊູຄວາມຮັບຜິດ ຊອບສູງ ຕໍ່ປະເທດຊາດຂອງພວກເຮົາ, ຮ່ວມແຮງຮ່ວມໃຈສາມັກຄີກັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຜ່ານຜ່າໄພອັນຕະລາຍນີ້ໄປດ້ວຍກັນ ກ້າວສູ່ໄຊຊະນະຮ່ວມກັນ ຢ່າງຕະຫລອດປອດໄພ.
ຂ່າວ: ມະນີທອນ, ພາບ: ຂັນໄຊ
ຄລິບຖະແຫຼງຂ່າວ
