ພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ສະພາບປະຈໍາວັນທີ 4 ພຶດສະພາ 2021, ກອງພັນປ້ອງກັນເຄື່ອນທີ່ ໄດ້ອອກເຄື່ອນໄຫວລາດຕະເວນ ເລີ່ມແຕ່ເວລາ 20:00ໂມງ- 5:00 ໂມງ ໄດ້ພົບເຫັນບາງກິດຈະການຍັງບໍ່ທັນປະຕິບັດເຂັ້ມງວດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ.

อาจเป็นรูปภาพของ 1 คน, กำลังยืน, ชุดเครื่องแบบทหาร และข้อความ

ໃນນີ້, ໄດ້ມີຕູ້ເກມ ST ກຣຸບ (ຄາຊີໂນ 24 ຊົ່ວໂມງ) ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ຍັງເປີດໃຫ້ບໍລິການໃຫ້ລູກຄ້າເຂົ້າມາຫຼິ້ນເກມ. ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມໃຫ້ຢຸດເຊົາ ແລະ ເວລາ 22:00 ໂມງ ພົບເຫັນຮ້ານອິນເຕີເນັດຄາເຟ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ເປີດໃຫ້ບໍລິການ; ເວລາ 21:00 ໂມງ ໄດ້ກັກຕົວໄວ້ໜຸ່ມທ່ຽວເດິກ ຈໍານວນ 3 ຄົນ ຢູ່ເຂດເມືອງສີໂຄດຕະບອງ ນວ ແລະ ໄດ້ກວດລົດຈັກທີ່ພວກຜູ້ກ່ຽວຂີ່ມາພົບເຫັນໝາກກາໂພກ (ຊະນິດໝາກບານ) ຈໍານວນ 18 ໜ່ວຍ. ດັ່ງນັ້ນຈຶ່ງໄດ້ນໍາຕົວພວກຜູ້ກ່ຽວເຂົ້າມາກອງພັນປ້ອງກັນເຄື່ອນທີ່ ເພື່ອສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງ. ຕໍ່ມາເວລາ 3:00 ໂມງ ໄດ້ເຮັດບົດບັນທຶກສຶກສາອົບຮົມ ຮ້ານອິນເຕີເນັດຄາເຟ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນວ ທີ່ເປີດໃຫ້ບໍລິການ.

อาจเป็นรูปภาพของ รถยนต์ และกลางแจ้ง

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ. ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຊ່ວຍກັນ, ຖ້າພົບເຫັນສະຖານທີ່ທຸລະກິດໃດຍັງລະເມີດ ໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *