ຈາກໂພສເຟດບຸກສ່ວນຕົວຂອງ Nica’sd Ch ໄດ້ໂພສເຕືອນ: ໃຫມ່ໆຫມາດໆ ປະມານ 4 ໂມງເຊົ້າ ຂອງມື້ນີ້ໂຈນ 2 ຄົນ ຖືກຕໍາຫລວດໄລ່ຫລົບຫນີມາແຕ່ທາງຮ້ານຂາຍເຄື່ອງກໍ່ສ້າງສຸວັນນີ ( ບ.ທົ່ງສ້າງນາງ ) ຫລົບຫນີເຂົ້າມາທາງຫລັງບ້ານ ແມ່ຕູ້ນິກ້າ ປີນຂຶ້ນຫລັງຄາເຮືອນຄົວ

.

ບັງເອີນຫລັງຄາແຕກລຸລົງມາ ນ້ອງຊາຍຫລ້າຮູ້ເມື່ອລຸກມາເບິ່ງຫນ້າບ້ານພ້ອມຈັບ ປ ໂຈນກຳລັງສິໂດດຂ້າມປະຕູຮົ້ວບ້ານເພື່ອຫລົບຫນີ ແຕ່ນ້ອງຊາຍແລ່ນອອກໄປທັນໃຊ້ປືນຈີ້ຫນ້າຜາກຄູ່ ເລີຍຈັບໂຕໄດ້ ຕໍາຫລວດມາຮອດ ໃສ່ກະລັບມືຈັບຂຶ້ນລົດໄປ ( ໂສມຫນ້າໂຈນ ຕາມພາບ ) ໃຫ້ພໍ່ແມ່ປະຊາຊົນລະມັດລະວັງຊ່ວງນີ້ໂຈນຂຶ້ນບ້ານດຸ

ຂໍໃຫ້ທຸກຄົນມີສະຕິຊ່ວງໂຄວິດນີ້ໂຈນມັນຫຼາຍ

.

.

.

ຄຣິບ