ຕອນບ່າຍ ວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີຕ້ອນຮັບຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ, ໂດຍການເປັນກຽດຕ້ອນຮັບຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີ ສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັັັດຖະມົນຕີ, ຄະນະຊ່ຽວຊານແພດໝໍ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າລັດຖະບານສະແດງຄວາມຍິນດີ ແລະ ຕ້ອນຮັບຄະນະຊ່ຽວຊານແພດໝໍຈໍານວນ 25ສະຫາຍ ທີ່ເດີນທາງມາຈາກແຂວງຢຸນນານ, ສປຈີນ ພ້ອມດ້ວຍອຸປະກອນທາງການແພດມູນຄ່າ10 ລ້ານຢວນເພື່ອມາຊ່ວຍເຫຼືອໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19ຮອບໃໝ່ຢູ່ສປປລາວ ທີ່ໄດ້ມີການຂະຫຍາຍອອກສູ່ວົງກວ້າງຈາກນະຄອນຫລວງ, ຈາກແຂວງໄປສູ່ເມືອງ ແລະຊຸມຊົນທີ່ມີລັກສະນະຮ້າຍແຮງຂຶ້ນກວ່າຄັ້ງທີ່ຜ່ານມາ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະແຂວງຈຳນວນຫນຶ່ງໃນຂອບເຂດທົ່ວປະເທດໄດ້ມີຜູ້ຕິດເຊື້ອໂຄວິດ-19ໃນແຕ່ລະມື້ມີທ່າອ່ຽງເພີ່ມສູງຂຶ້ນເຮັດໃຫ້ລັດຖະບານກໍ່ຄືອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ແລະສຸມທຸກກໍາລັງແຮງເພື່ອສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ.

ໃນໂອກາດດັ່ງກ່າວ, ສະຫາຍຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງສປ ຈີນໃຫ້ແກ່ ສປປລາວໃນຄັ້ງນີ້ ແລະຄັ້ງທີ່ຜ່ານມາ, ນອກຈາກຈະເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະປະຊາຊົນຈີນຢ່າງສະເຫມີຕົ້ນສະເຫມີປາຍທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ.

ໃນຕອນທ້າຍ, ສະຫາຍຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໄດ້ອວຍພອນໃຫ້ຄະນະຊ່ຽວຊານແພດໝໍຈາກ ສປ ຈີນ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ແລະ ອວຍພອນ ໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານຕາມທິດ4ດີແລະການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ,ຈີນ-ລາວທີ່ແທ້ຈິງລະຫວ່າງສອງພັກ,ສອງລັດແລະປະຊາຊົນສອງຊາດ ຈົ່ງຫມັ້ນຄົງຂະນົງແກ່ນຕະຫຼອດໄປ.