ໃນວັນທີ 2-3 ພຶດສະພາ 2021 ເວລາ 20:30-06:00 ໂມງ ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກຳລັງອອກກວດກາລາດຕະເວນ ຕາມເສັ້ນທາງ, ສະຖານທີ່ທີ່ມີຄວາມສ່ຽງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັກສາຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນໄລຍະເຝົ້າລະວັງປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນກວ້າງ.

ພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງເລກທີ 15/ນຍ ຄະນະກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ເພີ່ມທະວີຈັດກຳລັງອອກກວດກາລາດຕະເວນ ຈຶ່ງພົບເຫັນເປົ້າໝາຍສົ່ງໃສເຄື່ອນໄຫວກະທໍາຜິດຈຶ່ງໄດ້ກັກຕົວ 6 ຄົນ ພ້ອມ ຂ ອ ງ ກ າ ງ ປະເພດ ຢ ຈຳນວນ 04 ເ ມັ ດ, ຄີມຕັດເຫັລກ 01 ອັນ, ງ້າວ 01 ດວງ, ລົດຈັກ 04 ຄັນ, ມາດຳເນີນການສອບສວນ ແລະ ມອບໃຫ້ພະແນກສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ນວ ດຳເນີນຄະດີຕາມກົດໝາຍ.

ກອງບັນຊາການ ປກສ ນວ ໄດ້ຮຽກຮ້ອງໃຫ້ພໍ່, ແມ່ປະຊາຊົນ ເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງລູກຫຼານຕົນເອງ, ພ້ອມທັງສຶກສາອົບຮົມສະມາຊິກພາຍໃນຄອບຄົວ ບໍ່ໃຫ້ໄປພົວພັນກັບສິ່ ງ ເ ສ ບ ຕິ ດ ທຸ ກ ປ ະ ເ ພ ດ ເຊິ່ງເປັນສາເຫດພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆຕາມມາ, ພ້ອມນີ້ຍັງໄດ້ຮຽກຮ້ອງໃຫ້ພໍ່, ແມ່ປະຊາ ຊົນທຸກຊັ້ນຄົນ ຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການຮັກສາຄວາມສະຫງົບ ຖ້າພົບເຫັນວ່າສະ ຖານທີ່ໃດຫາກມີການລະເມີດຕາມຄຳສັ່ງ, ແຈ້ງການ ແລະ ມີການຊຸມນຸມທີ່ເປັນຄວາມສ່ຽງໃນການແຜ່ລະ ບາດຂອງພະຍາດໂຄວິດ-19 ໃຫ້ແຈ້ງເຈົ້າໜ້າທີ່, ອໍານາດການປົກຄອງບ້ານ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.