ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ມອບເງິນສົດ ຈຳນວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງ, ເຊິ່ງປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200 ເຄື່ອງ, ທາດຂ້າເຊື້ອພະຍາດ ຈຳນວນ 10.000 ກິໂລກຣາມ, ຜ້າອັດປາກ-ດັງ ຈໍານວນ 2 ລ້ານອັນ ແລະ ອື່ນໆ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ.

.

อาจเป็นรูปภาพของ กลางแจ้ง

ພິທີມອບ-ຮັບ ການຊ່ວຍເຫລືອດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 4 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ, ຕາງໜ້າກ່າວມອບໂດຍ ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີຄະນະນໍາຂອງບັນດາກະຊວງ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน และกำลังยืน

ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໂດຍຜ່ານທ່ານຮອງລັດຖະມົນຕີ ໂຕແອັງຢຸງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫລືອອັນລ້ຳຄ່າແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຕະຫລອດ. ການຊ່ວຍເຫລືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫລວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາ ເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອ ທີ່ມີຈຳນວນເພີ່ມຂຶ້ນຫລາຍໃນທຸກມື້. ພ້ອມນີ້, ກໍຈະເປັນຂວັນກໍາລັງໃຈອັນປະເສີດ ແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ. ສິ່ງເຫລົ່ານີ້, ເປັນການ ສະແດງເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງສະຫາຍຫວຽດນາມອ້າຍນ້ອງ, ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ไม่มีคำอธิบายรูปภาพ

ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍໄດ້ຮັບການຊ່ວຍເຫລືອຈາກ ສະຫາຍຫວຽດນາມ ມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຂ່າວ: ສິງຄຳ

ພາບ: ເກດສະໜາ

Leave a Reply

Your email address will not be published. Required fields are marked *