ຂໍ້ມູນເພີ່ມຈາກ ຂປລ ໃຫ້ຮູ້ວ່າ : ການຈັດງານບຸນບັ້ງໄຟ ຢູ່ບ້ານໂພນສິມ ເປັນການລັກເຮັດ ແລະ ເປັນການລະເມີດຕໍ່ຄຳສັ່ງ ຂອງຂັ້ນເທິງ
ເຫດການຈັດງານບຸນບັ້ງໄຟ ຢູ່ບ້ານໂພນສິມ ນະຄອນໄກສອນພົມວິຫານ ໃນຄັ້ງວັນທີ 2 ພຶດສະພາ 2021 ທີ່ຜ່ານມານີ້ນັ້ນ ອຳນາດການປົກຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນເອກະພາບກັນວ່າ ການຈັດງານບຸນບັ້ງໄຟຄັ້ງນີ້ ການລັກຈັດ ແລະ ເປັນການລະເມີດຕໍ່ຄຳສັ່ງ ຂອງຂັ້ນເທິງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້ານະຄອນໄກສອນແຕ່ຢ່າງໃດ. ໃນຂະນະທີ່ນາຍບ້ານໆໂພນສິມ ກໍໄດ້ຖືກປົດ ຕຳແໜ່ງແລ້ວ ພ້ອມຈະດໍາເນີນການປະຕິບັດລະບຽບຕໍ່ຜູ້ມີສ່ວນຮ່ວມ ໃນການລະເມີດຄັ້ງນີ້ ຕໍ່ໄປ ຕາມການຕົກລົງເຫັນດີ ຂອງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ.

ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ, ຫົວໜ້າຄະນະສະເພາະ ກິດປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ນະຄອນໄກສອນພົມວິຫານ ໄດ້ຖະແຫລງກ່ຽວກັບເຫດການຈັດງານບຸນບັ້ງໄຟ ຢູ່ດັ່ງກ່າວ ໃນວັນທີ 3 ພຶດສະພາ 2021 ນີ້ວ່າ: ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ ຂໍອະໄພ ແລະ ສະແດງຄວາມຮັບຜິດຊອບຕໍ່ເຫດການຈັດບຸນບັ້ງໄຟ ຢູ່ບ້ານໂພນສິມ ໃນຄັ້ງວັນທີ 2 ພຶດສະພາ 2021 ທີ່ຜ່ານມາ, ເຊິ່ງການຈັດບຸນບັ້ງໄຟ ຂອງອຳນາດການປົກຄອງບ້ານໂພນສິມໃນຄັ້ງນີ້ ເບື້ອງຕົ້ນນາຍບ້ານໂພນສິມ ໄດ້ເຮັດໜັງສືສະເໜີມາຫາເຈົ້ານະຄອນໄກສອນ ພົມວິຫານ ໃນວັນທີ 26 ມີນາ 2021 ແລະ ຄະນະປົກຄອງນະຄອນໄກສອນ ກໍໄດ້ມີຄຳເຫັນວ່າ ໃຫ້ຈັດຕາມປະເພນີຕາມຮີດຕາມຄອງ ສຳຄັນຕ້ອງມີການປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ, ໃນເວລານັ້ນກາລະບາດຂອງພະຍາດໂຄວິດຍັງບໍ່ມີການຕິດເຊື້ອ ແລະ ແຜ່ເຊື້ອຫລາຍ ເຈົ້ານະຄອນກໍບໍ່ໄດ້ມີຄຳສັ່ງ ຫລື ຄຳແນະນຳໃຫ້ເລື່ອນການຈັດງານ ຕາມທີ່ເຟສບຸກອອກທາງສື່ອອນລາຍນັ້ນ, ການເລື່ອນ ແລະ ການອະນຸມັດຈັດງານ ແມ່ນການຕົກລົງເຫັນດີຂອງອຳນາດການປົກຄອງບ້ານ ພ້ອມການຈັດຕັ້ງເຖົ້າແກ່ແນວໂຮມພາຍໃນບ້ານເທົ່ານັ້ນ.
ການຈັດງານບຸນບັ້ງໄຟທີ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແມ່ນອຳນາດການປົກຄອງບ້ານເຖົ້າແກ່ແນວໂຮມ ໄດ້ມີການກະກຽມຫ້າງຫາມາແຕ່ຕອນເຊົ້າ ຂອງວັນທີ 2 ພຶດສະພາ 2021 ມາເຖິງເວລາປະມານ 12 ໂມງ ໄດ້ມີການເຕົ້າໂຮມກັນ, ຈຸດປະສົງແມ່ນຈະຈັດແບບກະທັດຮັດຕາມຮີດຕາມຄອງ, ແຕ່ເມື່ອມີການເຕົ້າໂຮມກັນ ຈຶ່ງໄດ້ມີປະຊາຊົນໃນບ້ານແຫ່ມາເຕົ້າໂຮມກັນຫລາຍຂຶ້ນ ແລະ ໄດ້ມີການແຫ່ອ້ອມສິມວັດໂພນສິມໜຶ່ງຮອບ, ມີການດື່ມເຫລົ້າເບຍ, ຫລິ້ນນ້ຳເປື້ອນ, ນ້ຳມັນ ແລະ ເສບແຫ່ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດຜ່ານມາ, ເຊິ່ງມີຜູ້ເຂົ້າຮ່ວມປະມານ 200 ກວ່າຄົນ (ມີແຕ່ປະຊາຊົນພາຍໃນບ້ານ ເພາະທາງບ້ານໄດ້ສັ່ງປິດບ້ານບໍ່ໃຫ້ຜູ້ອື່ນເຂົ້າໄປຮ່ວມນຳ).

ມາຮອດເວລາປະມານ 14:00 ໂມງ ທາງຄະນະນຳນະຄອນໄກສອນ ໄດ້ເຫັນເຫດການດັ່ງກ່າວໃນເຟສບຸກ ຈຶ່ງໄດ້ຊີ້ນຳໃຫ້ຄະນະສະເພາະກິດນະຄອນໄກສອນ ລົງກວດກາ ແລະ ຢຸດການຈັດງານດັ່ງກ່າວ. ເວລາ 15:30 ໂມງ ຄະນະປົກຄອງນະຄອນ ກໍໄດ້ເອີ້ນຄະນະປົກຄອງບ້ານ ພ້ອມເຖົ້າແກ່ແນວໂຮມ ມາປະຊຸມກັນຢູ່ຫ້ອງການປົກຄອງບ້ານໂພນສິມ, ມີເຈົ້ານະຄອນ, ຮອງເຈົ້ານະຄອນ, ຜູ້ຊີ້ນຳກຸ່ມບ້ານ, ຫົວໜ້າ ປກສ ແຂວງ ຕາງໜ້າຄະນະສະເພາະກິດແຂວງ ພ້ອມດ້ວຍນາຍບ້ານ, ຮອງນາຍບ້ານ, ເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການລາຍງານຂອງນາຍບ້ານ ແລະ ຄະນະປົກຄອງບ້ານ, ແນວໂຮມບ້ານ ກ່ຽວກັບການຈັດງານບຸນບັ້ງໄຟຂອງບ້ານໂພນສິມຄັ້ງນີ້ ອຳນາດການປົກຄອງກໍເປັນເອກະພາບກັນວ່າ ການຈັດງານບຸນບັ້ງໄຟຄັ້ງນີ້ ແມ່ນການລັກເຮັດ ແລະ ເປັນການລະເມີດຕໍ່ຄຳສັ່ງຂອງຂັ້ນເທິງ ແລະ ບໍ່ໄດ້ຮັບອະນຸຍາດ ຈາກເຈົ້ານະຄອນໄກສອນແຕ່ຢ່າງໃດ ແລະ ຜ່ານມາກໍໄດ້ຮັບຮູ້ວ່າການຂໍສະເໜີຈັດງານນັ້ນ ແມ່ນໄດ້ຖືກລົບລ້າງໄປໃນໂຕແລ້ວ ເພາະໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຄຳສັ່ງເພີ່ມເຕີມ ຂອງທ່ານເຈົ້າແຂວງ ເລກທີ 0776/ຈຂ.ສຂ, ລົງວັນທີ 24 ເມສາ 2021 ວ່າດ້ວຍການເຫັນດີໃຫ້ປິດແຂວງ ແລະ ຄຳສັ່ງຂອງເຈົ້ານະຄອນໄກສອນພົມວິຫານ ເລກທີ 21/ຈນ,ກສ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເຫັນດີປິດນະຄອນ ໃນຂໍ້ 6 ຊຶ່ງຫ້າມບໍ່ໃຫ້ມີການຈັດກອງປະຊຸມ, ການໂຮມຊຸມນຸມ, ງານດອງ, ງານບຸນປະເພນີ, ງານທາງສາສະໜາ, ງານລ້ຽງສ້າງສັນຕ່າງໆ ເປັນອັນລະອຽດຈະແຈ້ງແລ້ວ.
ຕໍ່ກັບການລະເມີດລະບຽບການ, ຄໍາສັ່ງ, ຄຳແນະນໍາຂັ້ນເທິງ ຂອງອຳດການປົກ ຄອງບ້ານໃນຄັ້ງນີ້ ຄະນະພັກ-ຄະນະປົກຄອງນະຄອນໄກສອນ ພົມວິຫານ ແມ່ນໄດ້ປະຊຸມຄົ້ນຄວ້າ ແລະ ເປັນເອກະພາບກັນປະຕິບັດວິໄນຕໍ່ຄະນະພັກ-ຄະນະປົກຄອງບ້ານຕາມລະບຽບການຢ່າງເຂັ້ມງວດ ຄືໄດ້ປົດຕໍາແໜ່ງຜູ້ເປັນເລຂາພັກຮາກຖານ, ເລຂາໜ່ວຍພັກ ທັງເປັນນາຍບ້ານໂພນສິມ ແລ້ວໃນຕອນເຊົ້າວັນທີ 3 ພຶດສະພານີ້ ແລະ ຈະດໍາເນີນການປະຕິບັດລະບຽບຕໍ່ຜູ້ມີສ່ວນຮ່ວມ ໃນການລະເມີດຄັ້ງນີ້ຕໍ່ໄປ ຕາມການຕົກລົງເຫັນດີ ຂອງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ.
ສໍາລັບການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ ແມ່ນໄດ້ສັ່ງປິດການເຂົ້າອອກບ້ານໂພນສິມ ແຕ່ຕອນແລງວັນທີ 2 ພຶດສະພາ 2021 ເປັນຕົ້ນມາບໍ່ໃຫ້ຄົນໃນອອກບ້ານ ແລະ ບໍ່ໃຫ້ຄົນນອກເຂົ້າໃນບ້ານ ເປັນເວລາ 14 ວັນ ແລະ ໃຫ້ພະນັກງານແພດໝໍໃນໂຮງໝໍນ້ອຍຂອງບ້ານ ຕິດຕາມເບິ່ງອາການຂອງປະ ຊາຊົນຖ້າມີອາການຜິດປົກກະຕິ ໃຫ້ກວດກາພະຍາດ ແລະ ກວດຫາເຊື້ອຕໍ່ໄປ. ຂ້າພະເຈົ້າ ຕາງໜ້າໃຫ້ຄະນະປົກຄອງນະຄອນ ແລະ ຕາງໜ້າໃຫ້ຄະນະສະເພາະກິດ ນະຄອນໄກ ສອນພົມວິຫານ ຂໍຮັບຜິດຊອບຕໍ່ເຫດການຄັ້ງນີ້ຕາມລະບຽບການ.
ຂ່າວກ່ອນໜ້ານີ້

ຈາກກໍລະນີ ປະຊາຊົນ ບ້ານໂພນສິມ ນະຄອນ ໄກສອນ ພົມວິຫານ ລະເມີດ ຄໍາສັ່ງ ລັອກດາວ ໂດຍພາກັນ ຈັດບຸນບັ້ງໄຟ ຢ່າງຄຶກຄື້ນ ວັນທີ 2 ພຶດສະພາ 2021.
ເຊິງ ໃນຄໍ່າຄືນ ວັນດຽວກັນ ຮອງເຈົ້າ ນະຄອນ ໄກສອນ ໄດ້ ຖະແຫຼງຂ່າວທາງ ໂທລະສັບ ຜ່ານ ລາຍການ ຄລິນິກ ທັນເຫດການ. ໂດຍ ຢືນຢັນ ເຫດການດັ່ງກ່າວ ວ່າ ມີຈິງແທ້, ແລະ ທາງ ນະຄອນ ໄກສອນ ພົມວິຫານ ໄດ້ ລົງກວດພື້ນທີ່ ພ້ອມ ລົງໂທດ ອໍານາດການປົກຄອງ ແລະ ທຸກຄົນທີ່ກ່ຽວຂ້ອງ. ໂດຍ ຂັ້ນຕົ້ນ ແມ່ນ ສັ່ງ ໂຈະໜ້າທີ່ ຂອງ ບັນດາ ອໍານາດການປົກຄອງ ທັນທີ ແລະ ຈະມີການດໍາເນີນການ ຕາມມາດຕະການລົງໂທດ ແລະ ປັບໃໝ. ພ້ອມນີ້, ຫາກງານດັ່ງກາວ ເກີດມີ ຜູ່ ຕິດ ເຊື້ອ ໂຄວິດ-19 ກໍ່ຈະມີການເພີ່ມ ໂທດ ຕືມອີກ.
ໃນມື້ດຽວກັນ, ພຣະອາຈານ ສີວິໄລ ວະນາຣາມ ທີ່ເຄີຍ ເປັນ ເຈົ້າອາທິການວັດ ໂພນສິມ ກໍ່ໄດ້ໂພດ ຢືນຢັນ ຄວາມບໍລິສຸດໃຈ ວ່າ ທາງປະຊາຊົນ ແມ່ນເຮັດເອງ ໂດຍຫ້າມກໍ່ບໍ່ຟັງ.

“ອົດສາອ່ານໃຫ້ຈົບດວ້ຍເທີ້ນ ແຊຣ໌ຕໍ່ບອກກັນແນ່ເດີ ເລື່ອງບຸນບັ້ງໄຟບ້ານໂພນສີມນັ້ນ ໃນນາມອັດຕະມາ ເປັນປະທານເຂດໂພນສີມ ບໍ່ເຄີຍອະນຸຍາດໃຫ້ເຮັດ ແລະຍາທ່ານເອງກໍ່ເຄີຍຢູ່ເປັນເຈົ້າອາວາດຢູ່ ບ້ານໂພນສີມມາ15ປີ ແຕ່ຕອນນີ້ບໍ່ໄດ້ຢູ່ແລ້ວຍ້າຍ ໄປຢຸ່ວັດບ້ານສົ້ງໃຊໄດ້ 5 ປີນີ້ແລ້ວ ເນື່ອງຈາກຍາທ່ານຍາຄູຣ ແລະຍາດໂຍມຕຳນິຕິຕຽນຫລາຍພໍສົມຄວນ ວ່າໃຫ້ອອກມາຮັບຜີດຊອບ ອັດຕະມາໄດ້ຍິນແລ້ວ ກໍ່ບໍສະບາຍໃຈ ເພາະຍາບໍ່ເຄີຍອະນຸຍາດໃຫ້ເຂົ້າເຮັດ ຈິ່ງຢາກອອກມາບອກ ເຫຼົ່າຄວາມຈິງ ສູ່ຟັງ ນີ້ບໍ່ແມ່ນ ເວົ້າເອົາດີໃສ່ໂຕ ເອົາຂີ້ຮ້າຍໃສ່ຜູ້ອື່ນເດີ ເວົ້າຄວາມຈິງເປັນສິ່ງບໍ່ຕາຍ ຈະເວົ້າໃຫ້ຫລາຍໆທ່ານຮູ້ ວ່າເລື່ອງບຸນບັ້ງໄຟບ້ານໂພນສີມນັ້ນ ແມ່ນບໍ່ກ່ຽວ ກັບຍາທ່ານ ຄູບາອາຈານ ແຕ່ຢ່າງໃດ ແລະ ຍາທ່ານເຈົ້າແຂວງ ເຈົ້າເມຶອງ ເຈົ້າຄະນະເຂດ ບໍ່ໄດ້ອະນຸຍາດ ເຂົາເຈົ້າໃຫ້ເຮັດ ຂັ້ນເທີງກະບໍ່ໄດ້ອະນຸຍາດໃຫ້ເຮັດເດີ ນີ້ແມ່ນ ໄທບ້ານເຮັດເອງເດີ ແລະບໍ່ໄດ້ເຮັດຫາເງີນອີກ
ເນຶ່ອງຈາກວ່າຊາວບ້ານຍັງມີຄວາມເຊື່ອ ແບບງົມງວຍກະວ່າແມ່ນ ຖືຜີຫລາຍກວ່າພຮະສົງ ພຮະເວົ້າຫຍັງບໍ່ມີຟັງ ວ່າ ຜີຫລັກບ້ານເປັນໃຫຍ່ ເພີ່ນໃຫ້ເຮັດ . ສີສ້າງຫຍັງທຳຫຍັງຄືກັນໃນວັດນະ ຕອ້ງໃຫ້ເຈົ້າຜີເພິ່ນອະນຸຍາດກອ່ນ ຈັ່ງໄດ້ສ້າງ ຊາວບ້ານຕາມເພິ່ນ ຊາວບ້ານກະໄດ້ເຮັດຕາມເພີ່ນ ເຂົ້າຢ້ານເພິ່ນຮ້າຍ ປະຊາຊົນຢ້ານບໍ່ຢູ່ດີມີແຮງ ນີ້ຄືຄວາມເຊື່ອຊາວບ້ານຖືບັນພະບູຫລຸດ ມາແຕ່ເຫີງນານ ອັດຕະມາບອກແລ້ວ ເຕືອນແລ້ວ ວ່າເພີນບໍໃຫ້ເຮັດງານຫັຍງ ແລະບອກວ່າທັງໂລກເຂົ້າຢ້ານໂລກໂຄວີດ19 ເຈົ້າພັດມາຢ້ານຍາພໍ່ຫລັກບ້ານນີ້ບໍ ແຕ່ກໍຫ້າມບໍ່ໄດ້ ວ່າບໍ່ຟັງ ແລ້ວຈັກຊີວ່າແນວໃດອັດຕະມາກະດີ ເພີ່ນວ່າຮີດຄອງມາຮອດແລ້ວ ປີກາຍນີ້ກະຢຸດແລ້ວ ບໍ່ໄດ້ເຮັດ ປີນີ້ແນວໃດກະຊີເຮັດ ກະເລີຍບອກເຂົາໄປ ວ່າສຸດແລ້ວແຕ່ຊຸມເຈົ້າເດີ ເປັນຫຍັງມາ ບໍຮັບພິດຊອບນຳເດີ ທາງພັກລັດເພິ່ນຫ້າມບໍ່ໃຫ້ມີງານມວ່ນຊື່ນ
ເຂົາວ່າຊີເຮັດແຕ່ສະເພາະຄົນໃນບ້ານ ປິດຫົນທາງຫົນທາງ ບໍ່ໃຫ້ຄົນບ້ານອື່ນມາຮວ່ມ ຮອດມື້ບຸນ ເຂົາກະກັກທາງແທ້ ບໍໃຫ້ຄົນບ້ນອື່ນມາຮວ່ມ ຫລີ້ນບຸນນຳແທ້ ຈັງໃດກໍ່ຕາມ ອະຕະມາເວ້າຫຍັງໄປຜີດໃຈຄົນໂພນສີມກໍ່ດີ ຂໍໂທດຂໍອະໄພ ນຳຫລາຍໆ ເພາະວຽກນີ້ ມັນກ່ຽວກັບອັດຕະມາ ແລະຂໍໂທດຕໍ່ຊາວລາວເຮົາທົ່ວປະເທດຫລາຍ ຫລາຍເດີ ມັນເກີດຂື້ນແລ້ວ ເປັນໄປແລ້ວ ຂໍຍອມຜິດທັງໝົດເດີ ແມ່ນ ຊີຕີຊົມ ກະຊິຮັບເອົາໝົດ ທຸກຄຳຕິຊົມ ຂອງທ່ານ ຂໍຍອມຮັບວ່າຜິດ ເຖີງຍາທ່ານຊີບອກ ວ່າບໍ່ໄດ້ອະນຸຍາດໃຫ້ເຂົ້າເຮັດ ກະຄືສິບໍ່ເຊື່ອຍາທ່ານດອກ ຂອບໃຈ ທີ່ອົດສາອ່ານໃຫ້ຈົບ ສຸດທາຍນີ້ອັດຕະມາ ຂໍອ່ວຍພອນໄຊໃຫ້ທ່ານຜູ້ອ່ານ ຈົງມີແຕ່ຄວາມສຸກ ຄວາມຈະເລີນ ປັດສະຈາກໂລກໂຄວິດ19 ຂໍບຸນຮັກສາ ເທວະດາຄຸ້ມຄອງທ່ານແລະຄອບຄົວດ້ວຍເທີນ ສາທຸ ຈະເລີນພອນ”
ພ້ອມດຽວກັນນີ້ ເມື່ອກວດເບິ່ງ ລະບຽບ ແລະ ມາດຕະການສະເພາະ ຂອງແຂວງສະຫວັນນະເຂດ ທີ່ໄດ້ມີການກໍານົດ ການລົງໂທດ ຜູ່ລະເມີດ ມາດຕະການລັອກດາວ ມີດັ່ງນີ້.
ຄຳສັ່ງເພີ່ມເຕີມຈາກຄະນະສະເພາະກິດຂັ້ນແຂວງ
ໃນການສະກັດກັ້ນ,ປ້ອງກັນການລະບາດພະຍາດໂຄວິດ19

.

.

.

.
