ພັທ ວິລະພົນ ໄພບູນ ກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ covid-19 ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງພໍ່ແມ່ປະຊາຊົນຊາບ ກ່ຽວກັບການຕິດຕາມ, ກວດເຊັກ ອາການຂອງຜູ້ຕິດເຊື້ອສະເພາະກໍລະນີທີ່ 50 ເຊິ່ງເປັນເພດຊາຍ, ສັນຊາດໄທ ທີ່ໄດ້ຂ້າມມາ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2021 ໂດຍບໍ່ຖືກຕ້ອງຕາມກົດໝາຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ(ລັກເຂົ້າເມືອງຜິດກົດໝາຍ), ເຊິ່ງຜູ້ກ່ຽວໄດ້ເດີນທາງມາຈາກປະທດ ທີ່ມີກໍາລັງມີການລະບາດເຊື້ອພະຍາດ covid-19 ເຫັນວ່າມີຄວາມສ່ຽງໃນການນໍາເຊື້ອມາແຜ່ໃສຜູ້ອື່ນ. ມາຮອດມື້ນີ້(ວັນທີ 28/04/2021).

ຜ່ານການກວດຫາເຊື້ອຂອງຜູ້ກ່ຽວ ແມ່ນເປັນລົບ ແລະ ອາການດີຂື້ນ, ແຕ່ຕ້ອງໄດ້ຢູ່ພາຍໃຕ້ເຝົາຕິດຕາມອາການ ຂອງຜູ້ກ່ຽວຕໍ່ໄປ ດ້ວຍການແຍກປ່ຽວຈໍາກັດບໍລິເວນຈົບຄົບ 14 ວັນ. ພາຍຫຼັງຄົບກໍານົດແລ້ວ ຈາກນັ້ນທາງເຈົ້າໜ້າທີ່ ປກສ ນະຄອນຫຼວງ ຈະໄດ້ສືບຕໍ່ດໍາເນີນຄະດີຕໍ່ຜູ້ກ່ຽວຕາມກົດໝາຍ ຂອງ ສປປ ລາວ ຢ່າງເຂັ້ມງວດ.

ຈາກບັນຫາໜຶ່ງຂ້າພະເຈົ້າຂໍແຈ້ງມາຍງປະຊາຊົນລາວທກທົ່ວໜ້າທີ່ໄປອອກແຮງງານຢູ່ປະເທດລາຊະອານາຈັກໄທ ຈະແມ່ນຜູ້ທີ່ມີໜັງສືເດີນທາງ ຫຼື ບໍ່ມີໜັງສືເດີນທາງ ມີຈຸດປະສົງຈະເດີນທາງກັບເຂົ້າມາ ສປປ ລາວຈະ ,ສໍາລັບຜູ້ທີ່ມີເງື່ນໄຂແມ່ນໃຫ້ໄປລົງທະບຽນນໍາສະຖານກົງລາວ, ແຕ່ຖ້າຜູ້ບໍ່ມີເງື່ອນທີ່ຈະໄປລົງທະບຽນຢູ່ສະຖານກົງສູນແມ່ນໃຫ້ມາລົງທະບຽນຢູ່ດ່ານສາກົນຂົມິດຕະພາບລາວ-ໄທ(1)ຝັ່ງໜອງຄາຍເພື່ອເດີນເຂົ້າມາໂດຍຖືກຕ້ອງ, ແມ່ນທາງເຈົ້າໜ້າທີ່ຈະອໍານວຍຄວາມສະດວກໃນການເກັບຕົວຢ່າງ,ສະຖານທີ່ຈຳກັດບໍລິເວນໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍທັງສິ້ນ, ກົວກັນຂ້າມຖ້າຜູ້ທີ່ລັກເຂົ້າເມືອງໂດຍບໍ່ຖືກຕ້ອງຕາມກົດໝາຍການເຂົ້າ-ອອກເມືອງ ແລະ ບໍ່ຈິງໃຈມາລາຍງານຕົວຕໍ່ເຈົ້າໜ້າທີ່ ຫຼື ອໍານາດການປົກຄອງ, ເອົາຕົວລີ້ຊ່ອນ ແລະ ໄປແຜ່ເຊື້ອຕໍ່ຄົນອື່ນ ແລະ ຊຸມຊົນ ແມ່ນຈະໄດ້ຮັບຜິດຊອບສົດໃຊ້ຄ່າຜົນເສຍທີ່ກໍ່ຂຶ້ນ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍຢ່າງເດັດຂາດ.

ອີກເທື່ອໜຶ່ງເພື່ອຮັບປະກັນໃຫ້ແກ່ການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂບໍ່ໃຫ້ພະຍາດ covid-19 ລຸກລາມເປັນວົງກວ້າງເຂົ້າສູ່ຊຸມຊົນ ແລະ ສາມາດຢັບຢັ້ງໄດ້ໃນວົງຈຳກັດເຮັດໃຫ້ປະຊາຊົນສາມາດກັບມາໃຊ້ຊິດວິດປະຈຳວັນໄດ້ຢ່າງປົກກະຕິໃນເວລາອັນສັ້ນ, ຂ້າພະເຈົ້າໃນນາມ ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ covid-19 ນະຄອນຫຼວງວຽງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊົນບັນດາເຜົ່າ, ພະນັກງານ ທະຫານ ຕຳຫຼວດ ພໍ່ຄ້າຊາວຂາຍ, ນັກທ່ອງທ່ຽວ ຕະຫຼອດຮອດຊາວຕ່າງປະເທດ ທີ່ຈະເດນທາງເຂົ້າມານະຄອນຫຼວງວຽງຈັນ ຈົ່ງເຄົາລົບ ແລະ ປະຕບັດລະບຽບກົດໝາຍ ໂດຍສະເພາະການປະຕິບັດຄຳສັ່ງເລກທີ່ 15/ນຍ, ຄຳສັ່ງເລກທີ 006/ຈ.ນວ ແລະ ຄຳສັ່ງອື່ນໆ ຂອງລັດຖະບານ ແລະ ຄະນະສະເພາະກິດກຳນົດອອກຢ່າງເຂັ້ມງວດ.ທີ່ມາ:

Vientiane Live

Leave a Reply

Your email address will not be published. Required fields are marked *