ຈາກການໂພດ ຂອງ Anny ໄດ້ໂພສລົງໃນເຟສບຸກສ່ວນໂຕວ່າ: ລູກຄ້າຂາປະຈຳຊື້ໄຂ່ມື້ລະໜ່ວຍໄປປັນລູກນ້ອຍກີນຕໍ່ມາຖືກຜົນກະທົບຈາກວິກິດໂຄວິດ19ຜູ້ເປັນຜົວເຮັດວຽກຢູ່ບ່ອນສຸ່ມສ່ຽງຕ້ອງໄດ້ກັກໂຕ14ມື້ເລີຍຈຳເປັນໄດ້ປະໃຫ້ຜູ້ເປັນເມຍແລະລູກນ້ອຍຢູ່ຫ້ອງເຊົ່າຕາມລຳພັງແລະຫຼັງຈາກທີ່ຖືກວິກິດໂຄວິດ19ກາບໍ່ຄ່ອຍເຫັນຜູ້ກ່ຽວອອກມາຊື້ໄຂ່ຈົນກະທັ້ງເຫັນເອື້ອຍທີ່ຢູ່ຫນ້າບ້ານມາຊື້ເກືອຊື້ນໍ້າປາສະອິວເລີຍຖາມວ່າຊື້ໄປໃຫ້ໃຜຫຼາຍແທ້. ເອື້ອຍທີ່ຢູ່ຫນ້າບ້ານເລີຍຕອບວ່າຊື້ໄປໃຫ້3ແມ່ລູກຢູ່ຫ້ອງແຖວຫັນເດະກາເຈົ້າບໍ່ມີແນວຢູ່ແນວກີນເກືອກາບໍ່ມີກີນນໍ້າປາສະອິວກາບໍ່ມີຊິປຸງແຕ່ງອາຫານສູ່ລູກກີນມີແຕ່ຕົ້ມນໍ້າດື່ມລະລ້າໃສ່ເຂົ້າສູ່ລູກກີນ

ຫຼັງຈາກທີ່ໄດ້ຮູ້ແນວນັ້ນຂ້ອຍເລີຍເວົ້າສູ່ແມ່ຂ້ອຍຟັງແມ່ເລີຍເຮາະຫມີ່ເຮາະເຂົ້າໜົມລະກາໄຂ່ຢູ່ຮ້ານໃຫ້ລາວພ້ອມເຄື່ອງຫຼີ້ນສຳລັບເດັກນ້ອຍໄປໃຫ້ລະບາດໄປເຫັນໃນຫ້ອງແລ້ວແຮງເປັນຕາອີ່ດູຕົນກ່ອນຫັ້ນກາຄືບໍ່ມີເຊື່ອປູນອນມີແຕ່ເອົາສີ້ນປູໃຫ້ລູກນອນຫມໍ້ແຫກແຕກກະໂປະກາບໍ່ຄ່ອຍເຫັນມີ(ແລະທີ່ພີ້ກໄປກວ່າຫັ້ນກາຄືສອງສາມມື້ກ່ອນທີ່ຂ້ອຍໄປເກັບແກ້ວເບຍຢູ່ຂ້າງຫ້ອງລາວມື້ນັ້ນສີ່ງທີ່ເຫັນກາຄືລູກຊາຍລາວຜູ້ນ້ອຍໆນັ້ນຄ່ອຍໆຢ່າງໄປເລຍກະແຕະປີ້ງທີ່ກາເຈົ້າປີ້ງປາໃສ່ລະເສດປາຕິດກະແຕະ)ຢູ່ຫັນນະໂອ້ຍບັກຫຼ້າເອີ້ຍເດັກນ້ອຍເນາະກຳລັງຢາກກຳລັງກີນພໍ່ແມ່ພັດບໍ່ມີເງີນຊິຊື້ສູ່ກີນແຕ່ເຄື່ອງທີ່ໄດ້ເອົາໄປຊ່ວຍເຫຼືອເຈົ້າມື້ນິຫວັງວ່າຊິພໍກຸ້ມລູກເດີ້ເອື້ອຍສູ້ສູ້ຊີວິດຄົນເຮົາມັນເລືອກເກີດບໍ່ໄດ້ອີ່ຫຼີ

.

ແລ້ວ ກໍ່ມີຜູ່ໃຈບຸນ ອອກໄປໃຫ້ການຊ່ວຍເຫຼືອ ຈໍານວນຫຼາຍ
ຈາກການໂພດ ຂອງ Muay Sananya Vks ໄດ້ໂພສລົງໃນເຟສບຸກສ່ວນໂຕວ່າ:

ສະບາຍດີພໍ່ແມ່ພີ່ນ້ອງ ຫມວຍບໍ່ທັນໄດ້ໄປຮອດ ແຕ່ມີຄົນຈຳນວນຫລວງຫລາຍໄປຊ່ວຍເພິ່ນແລ້ວ ບໍ່ວ່າຈະເປັນເຂົ້າປາອາຫານແລະເງິນ ສະນັ້ນຫມວຍຂໍອະນຸຍາດເອົາເງິນທີ່ຫລາຍໆທ່ານໂອນໃຫ້ຄືນນີ້ ໄປຊ່ວຍຜູ້ທີ່ທຸກຍາກຂາດເຂີນຄົນໃຫມ່ຕໍ່ເດີ້ເຈົ້າ ເພາະຍັງມີຈຳນວນຫລວງຫລາຍທີ່ທຸກຍາກ ແບ່ງປັນຊ່ວຍຄົນອື່ນໄປນຳ ຂໍຂອບໃຈ

.

.

.

.

ຈາກການໂພດ ຂອງ Tia Salika ໄດ້ໂພສລົງໃນເຟສບຸກສ່ວນໂຕວ່າ: ເຫັນກະຈົນໃຫ້ນຳ ມາໃຫ້ລະເດີ້ຕາງຫນ້າມາມອບເງີນໃຫ້3ແມ່ລູກ ຂອບໃຈເຈ້Viyada Sisouk Weovimone Sengdalaດີໃຈແທ່ນຜູ້ໄດ້(ຍັງມີຫລາຍຄົນສົ່ງມາຫາຢາກຮ່ວມສົມທົບທືນແມ່ນໃຫ້ຕິດຕໍ່Tor Piget Sulinthonຜູ້ນຳພາທິມສະພານບຸນຂອງພວກເຮົາ(ຍັງມີອີກຫລາຍທີ່ຖ້າຄວາມຊວ່ຍເຫຼືອ)

.

ຄຣິບ